ລັດຖະບານ ເນັ້ນໜັກໃຫ້ຂະແໜງກ່ຽວຂ້ອງສືບຕໍ່ຊຸກຍູ້ສົ່ງເສີມການຜະລິດສິນຄ້າພາຍໃນ

132

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2020 ໄດ້ເນັ້ນໜັກໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ; ສ່ວນກະຊວງສາທາລະນະສຸກໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດທາງເດີນຫາຍໃຈໄວຣັສຊະນິດໃໝ່.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2020 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ແລະ ປິດລົງໃນຕອນບ່າຍວັນທີ 23 ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ໂດຍສະເພາະແມ່ນໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ.

ຕໍ່ບັນຫາດັ່ງກ່າວ ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນແມ່ນ:

1 ໃຫ້ກະຊວງການຕ່າງປະເທດເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານໃຫ້ລັດຖະບານຢ່າງເປັນປົກກະຕິ.

2 ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ຄວາມເປັນເຈົ້າການຕິດຕາມສະພາບປາກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງທີ່ຜິດກົດໝາຍ, ການເກີດອຸບັດເຫດຕາມທ້ອງຖະໜົນ ແລະ ອັກຄີໄພທີ່ອາດເກີດຂຶ້ນ, ພ້ອມທັງກຳນົດມາດຕະການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ.

3 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ ໂດຍສະເພາະແມ່ນສິນຄ້າປະເພດສະບຽງອາຫານ ໃຫ້ສາມາດຕອບສະໜອງພຽງພໍກັບ ຄວາມຮຽກຮ້ອງຕ້ອງການ ພ້ອມທັງວາງມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ, ການກຳນົດລາຄາສິນຄ້າໃນທ້ອງຕະຫຼາດໃຫ້ມີຄວາມເໝາະສົມ ແລະ ສົມເຫດສົມຜົນ, ເດັດຂາດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໂດຍສະເພາະໃນໄລຍະເທດສະການຕ່າງໆ.

4 ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມການປ່ຽນແປງສະພາບດິນຟ້າອາກາດ ເອົາໃຈໃສ່ຊຸກຍູ້ການສະໜອງນໍ້າເຂົ້າໃນການຜະລິດການປູກພືດລະດູແລ້ງ ແລະ ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດສັດ ແລະ ແຈ້ງເຕືອນໃຫ້ປະຊາຊົນຮັບຊາບຢ່າງເປັນປົກກະຕິ.

5 ໃຫ້ກະຊວງສາທາລະນະສຸກສົມທົບກັບພາກສ່ວນກ່ຽວຂ້ອງຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດທາງເດີນຫາຍໃຈໄວຣັສຊະນິດໃໝ່ ພ້ອມທັງແຈ້ງເຕືອນ, ແນະນໍາໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈເຖິງວິທີປ້ອງກັນ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບການຫັນເປັນທັນສະໄໝໃນການຊໍາລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບໂທລະສັບມືຖື ” Mobile Money “; ພິຈາລະນາ ແລະ ເຫັນດີຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາພະລັງງານຊົນນະບົດ ແລະ ພິຈາລະນາຄົ້ນຄວ້າບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາເນັ້ນໜັກໃຫ້ຄະນະລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຈໍານວນໜຶ່ງ ໂດຍສະເພາະແມ່ນສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນໃຫ້ມີທ່າຕັ້ງໜ້າກວ່າເກົ່າ.

ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 03/ນຍ ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິ ການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ.

ສືບຕໍ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດໃຫ້ສໍາເລັດຕາມແຜນກໍານົດໄວ້ ເພື່ອສ້າງຄວາມສະດວກໃຫ້ທຸລະກິດມີການຂັບເຄື່ອນໃນທາງທີ່ມີປະສິດທິພາບສູງຂຶ້ນ.