ສະພາ ນວ ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ 3 ທ່ານ

75

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ( ນວ ) ຊຸດທີ I ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ພ້ອມຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກອົງການປົກຄອງນະຄອນຫຼວງ 3 ຕໍາແໜ່ງ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການ ໃນວັນທີ 24 ມັງກອນ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ; ມີບັນດາທ່ານສະມາຊິກສະພາແຫ່ງຊາດເຂດ 1, ສະມາຊິກສະພາປະຊາຊົນ ນວ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມຄັ້ງນີ້ບັນດາ ສສນວ ໄດ້ສຸມທຸກສະຕິປັນຍາເພື່ອຄົ້ນຄວ້າ, ປະກອບຄວາມຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນທີ່ເລິກເຊິ່ງ, ມີຄວາມເປັນເອກະພາບສູງຮັບຮອງເອົາບັນຫາສຳຄັນຕ່າງໆຂອງນະຄອນຫຼວງ ດັ່ງນີ້:

1 ຮັບຮອງເອົາບົດລາຍງານຂອງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ປີ 2019 ແລະ ທິດທາງແຜນການ ປີ 2020 ຂອງນະຄອນຫຼວງ.

2 ຮັບຮອງເອົາບົດລາຍງານຜົນການເຄື່ອນໄຫວວຽກງານ ປີ 2019 ແລະ ທິດທາງແຜນການ ປີ 2020 ຂອງອົງການກວດສອບປະຈໍາພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປີ 2018 ຂອງນະຄອນຫຼວງ.

3 ຮັບຮອງເອົາບົດລາຍງານຜົນຂອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປີ 2020 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນນະຄອນຫຼວງ.

4 ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປີ 2020 ຂອງສະພາປະຊາຊົນນະຄອນຫຼວງ.

5 ຮັບຮອງເອົາຜົນປະເມີນການປະຕິບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນນະຄອນຫຼວງ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຈໍານວນ 38 ທ່ານ ເຊິ່ງເປັນຄັ້ງທຳອິດທີ່ມີການປະເມີນຜົນດັ່ງກ່າວ. ຜ່ານການປະເມີນຕົວຈິງເຫັນວ່າບຸກຄະລາກອນດັ່ງກ່າວຍັງໄດ້ຮັບຄວາມໄວ້ວາງໃຈຈາກຕົວແທນຂອງປະຊາຊົນ ດ້ວຍຄະແນນລະດັບດີ.

6 ຮັບຮອງເອົາຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຈໍານວນ 4 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນຫົວໜ່ວຍລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນ; ຮ່າງຂໍ້ຕົກລົງ ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງສີຂຽວ ( ສ. ສີຂຽວ ); ຮ່າງຂໍ້ຕົກລົງ ວ່າດ້ວຍໂຄງການສ້າງນະຄອນຫຼວງວຽງຈັນ ສະຫວ່າງ ( ສ. ສະຫວ່າງ ); ຮ່າງຂໍ້ຕົກລົງ ວ່າດ້ວຍການຄວບຄຸມສຽງເນືອງນັນຢູ່ນະຄອນຫຼວງວຽງຈັນ.

7 ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກອົງການປົກຄອງນະຄອນຫຼວງ ບາງຕໍາແໜ່ງ ຄື:

ຮັບຮອງເອົາ ທ່ານ ສິລິລາດທົງສິນ ທອງເພັງ ເປັນຫົວໜ້າພະແນກການເງິນ ນະຄອນຫຼວງ.

ຮັບຮອງເອົາ ທ່ານ ສຸລິວັນ ພົມມະຫາໄຊ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ.

ຮັບຮອງເອົາ ທ່ານ ນາງ ວັນມະນີ ພິມມະສານ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ.

ຂ່າວ: ສົມລົດ; ຮູບ: ສອນໄຊ

ສະພານະຄອນຫຼວງ