ມີເວລາພຽງໜຶ່ງອາທິດ ສະໝັກນາງສາວນະຄອນຫຼວງວຽງຈັນ 2020

156

“ນາງສາວນະຄອນຫຼວງວຽງຈັນ 2020 ” ເປີດຮັບສະໝັກເລີ່ມແຕ່ມື້ນີ້ເປັນຕົ້ນໄປ ຈົນຮອດຕົ້ນເດືອນກຸມພາ, ສາມາດມາເອົາໃບສະໝັກ – ສົ່ງໃບສະໝັກ ( ບໍ່ມີຄ່າໃຊ້ຈ່າຍ ) ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ 1 ( ດ້ານຫຼັງຈໍ LED ).

ຫຼັກຖານປະກອບໃນການສະໝັກ:

ໃບຮັບສະໝັກປະກວດນາງສາວນະຄອນຫຼວງວຽງຈັນ 2020/MISS VIENTIANE 2020.

ສຳເນົາບັດປະຈຳຕົວ/ສຳມະໂນຄົວ.

ສຳເນົາປະກາສະນີຍະບັດການສຶກສາທີ່ຈົບແລ້ວ.

ໃບກວດສຸຂະພາບຈາກໂຮງໝໍລັດ.

ຮູບຕິດບັດຂະໜາດ 3X4 ຈໍານວນ 1 ໃບ.

ຮູບສີເຕັມຕົວດ້ານໜ້າຂະໜາດ 5X7 ຈໍານວນ 1 ໃບ.

ຮູບຖ່າຍສີສະເພາະໜ້າບໍ່ມີເຄື່ອງສຳອາງ ແລະ ບໍ່ມີການແຕ່ງພາບ ຂະໜາດ 5X7 ຈຳນວນ 1 ໃບ.

ເງື່ອນໄຂຜູ້ເຂົ້າສະໝັກ:

1 ສັນຊາດລາວ.

2 ເພດຍິງໂດຍກຳເນີດ.

3 ຄວາມສູງ 1,60 ແມັດຂຶ້ນໄປ.

4 ມີອາຍຸ 16 ປີບໍລິບູນ ແລະ ບໍ່ເກີນ 25 ປີ ໃນເດືອນທັນວາ ປີ 2020 ນີ້.

5 ມີບຸກຄະລິກດີ, ສະຫຼາດ, ມີຄວາມຮູ້ – ຄວາມສາມາດ, ມະນຸດສຳພັນດີ ແລະ ມີຮູບຮ່າງທີ່ສວຍງາມ.

6 ເປັນໂສດ, ບໍ່ເຄີຍຜ່ານການສົມລົດ ຫຼື ການໝັ້ນໝາຍມາກ່ອນ.

7 ມີປະຫວັດຈະແຈ້ງດີ ແລະ ປະກອບອາຊີບທີ່ຖືກກົດໝາຍ.

8 ມີການສຶກສາຈົບມັດທະຍົມຕອນປາຍຂຶ້ນໄປ ແລະ ສາມາດອ່ານ, ຂຽນ, ເວົ້າ ແລະ ເຂົ້າໃຈພາສາລາວໄດ້ຢ່າງຄ່ອງແຄ້ວ.

9 ມີສຸຂະພາບແຂງແຮງຕ້ອງມີໃບກວດສຸຂະພາບຈາກໂຮງໝໍລັດຕິດຄັດມາພ້ອມ.

10 ມີຄວາມສາມາດໃນການສື່ສານທັງພາສາລາວ ແລະ ພາສາຕ່າງປະເທດ ( ຖ້າໄດ້ ).

11 ມີທີ່ພັກອາໄສໃນປະເທດລາວ.

12 ຖ້າວ່ານາງສາວໃດເຄີຍຮັບຕໍາແໜ່ງ ຫຼື ເປັນນາງສາວໂຄສະນາສິນຄ້າໃດໜຶ່ງມາກ່ອນ ຂອງຜູ້ທີ່ໃຫ້ການສະໜັບສະໜູນກອງປະກວດ ຕ້ອງມີໃບອະນຸຍາດຈາກຕົ້ນສັງກັດ ຫຼື ບໍລິສັດທີ່ກ່ຽວຂ້ອງບໍລິສັດຕົ້ນສັງກັດ ຈະຕ້ອງຍິນຍອມໃຫ້ນາງສາວຂອງຕົນເຄື່ອນໄຫວນຳໂຄງການປະກວດນາງສາວນະຄອນຫຼວງວຽງຈັນ ປີ 2020 ຖ້າໄດ້ຮັບຕໍາແໜ່ງ.

13 ຜູ້ທີ່ຖືກຄັດເລືອກເປັນນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2020 ຈະຕ້ອງໄດ້ເຄື່ອນໄຫວກິດຈະກໍາຕ່າງໆຂອງກອງປະກວດເປັນເວລາໜຶ່ງປີເຕັມ ທັງພາຍໃນ ແລະ ຕ່າງປະເທດຕາມທີ່ສັນຍາໄດ້ລະບຸໄວ້ຢ່າງເຂັ້ມງວດ.

ສາວໆທີ່ສົນໃຈຢາກລົງປະກວດນາງສາວນະຄອນຫຼວງ ວຽງຈັນ 2020 ສາມາດໄປເອົາໃບສະໝັກໄດ້ແລ້ວ ຕັ້ງແຕ່ມື້ນີ້ຈົນເຖິງມື້ປິດຮັບສະໝັກວັນທີ 02/02/2020 ທີ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1 ຫຼື ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທາງ ເຟສບຸ໊ກ: Miss Vientiane ນາງສາວ ນະຄອນຫຼວງວຽງຈັນ.

( ຂ່າວ: ນຸ້ມນິ້ມ )

( ຮູບ: Miss Vientiane ນາງສາວນະຄອນຫຼວງວຽງຈັນ )