ແມ່ຖືພາໄດ້ຫຍັງຈາກການອອກກຳລັງກາຍ

57

ການອອກກຳລັງກາຍມີຫຼາຍວິທີ, ແຕ່ສິ່ງທີ່ສຳຄັນແມ່ນການເລືອກທ່າອອກກຳລັງກາຍຕ້ອງໃຫ້ເໝາະສົມກັບສຸຂະພາບຂອງແມ່ແຕ່ລະທ່ານ ຫຼື ຂໍຄຳແນະນຳຈາກແພດໝໍ ເຊິ່ງໂຢຄະກໍເປັນການອອກກຳລັງກາຍອີກປະເພດໜຶ່ງ ທີ່ໄດ້ຮັບຄວາມສົນໃຈຈາກແມ່ຖືພາຫຼາຍທ່ານ  ເພາະໄດ້ທັງສຸຂະພາບ ແລະ ສະມາທິຂະນະປະຕິບັດພ້ອມ.

ຂໍ້ດີຂອງການຫຼິ້ນໂຢຄະສຳລັບແມ່ຖືພາ:

ຊ່ວຍເລື່ອງສຸຂະພາບ ແລະ ສະມາທິ.

ຊ່ວຍເລື່ອງການກຳນົດລົມຫາຍໃຈເຂົ້າ – ອອກທີ່ຖືກຕ້ອງ ເພື່ອຈະນຳເອົາອົກຊີທີ່ບໍລິສຸດໄປຮອດລູກໃນທ້ອງ.

ເປັນການຝຶກການຫາຍໃຈເພື່ອກຽມຕົວໃນການເກີດລູກ ແລະ ເກີດເປັນພະລັງທີ່ນຳໄປໃຊ້ໃນລະຫວ່າງການເກີດ ຈະຊ່ວຍໃຫ້ສາມາດເກີດລູກໄດ້ງ່າຍຂຶ້ນ.

( ຂໍ້ມູນຈາກ: s-momclub.com )

( ຮຽບຮຽງ: ນຸ້ມນິ້ມ )