ລາຄາຄໍາຕົ້ນປີນີ້ເປີດຕະຫຼາດແຕະລະດັບ 7 ລ້ານກີບຕໍ່ບາດ

152

ເອົາແນ່ເອົານອນບໍ່ໄດ້ກ່ຽວກັບທິດທາງລາຄາຄໍາ ຖ້າສະຖານະການຂອງໂລກເມື່ອໃດຫາກມີຄວາມສ່ຽງ ໂດຍສະເພາະສົງຄາມການຄ້າບັນຫາ ຄວາມບໍ່ສະຫງົບເຮັດໃຫ້ລາຄາຄໍາປັບຂຶ້ນ ເນື່ອງຈາກເປັນຊັບສິນປອດໄພ ນັກລົງທຶນມັກສະສົມເນື່ອງຈາກສາມາດໃຊ້ແທນເງິນຕາໄດ້.

ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີລາວ ທັງເປັນເຈົ້າຂອງຮ້ານຄໍາພູວົງ ໄດ້ກ່າວວ່າ: ທິດທາງລາຄາຄໍາໃນປີ 2020 ເຫັນວ່າເປັນໄລຍະຂາຂຶ້ນ ເຊິ່ງແຕະລະດັບຫຼາຍກວ່າ 7 ລ້ານກີບຕໍ່ບາດ ຖືເປັນສະຖິຕິທີ່ສູງສຸດໃນຮອບຫຼາຍປີ. ສາເຫດທີ່ເຮັດໃຫ້ລາຄາຄໍາໃນປີນີ້ສູງ ເນື່ອງຈາກສະພາບເສດຖະກິດຂອງໂລກ ທີ່ເລີ່ມສົ່ງຜົນມາແຕ່່ປີ 2019 ໂດຍສະເພາະບັນຫາສົງຄາມການຄ້າລະຫວ່າງສະຫະລັດອາເມຣິກາ ແລະ ຈີນ ເຮັດໃຫ້ເສດຖະກິດຂອງໂລກຖືກປັ່ນປ່ວນ, ເວລາເສດຖະກິດມີການເໜັງຕີງແລ້ວກໍກະທົບລາຄາຄໍາ ເພາະຄໍາຖືເປັນຊັບສິນປອດໄພທີ່ມີຄວາມໝັ້ນຄົງກວ່າຖ້າທຽບໃສ່ເງິນຕາ ແລະ ຫຸ້ນ ເພາະວ່າຄໍາສາມາດປ່ຽນເປັນເງິນຕາໄດ້.

ທ່ານກ່າວຕື່ມວ່າ: ມາຮອດຕົ້ນປີ 2020 ບັນຫາສົງຄາມການຄ້າ ຈີນ – ສະຫະລັດອາເມຣິກາ ເລີ່ມຜ່ອນຄາຍລົງ, ແຕ່ບັນຫາຄວາມບໍ່ສະຫງົບໃນຕາເວັນອອກກາງ ຍູ້ໃຫ້ທິດທາງລາຄາຄໍາປັບຂຶ້ນອີກ ເຮັດໃຫ້ນັກລົງທຶນ ຫຼື ຜູ້ເກັງກໍາໄລຫັນມາຖືຄອງຄໍາໃນຖານະຊັບສິນປອດໄພຫຼາຍກວ່າການຊື້ຫຸ້ນເຮັດໃຫ້ລາຄາຄໍາປັບສູງຂຶ້ນ.

ສໍາລັບຕະຫຼາດໃນປະເທດເຮົາ ໃນວັນທີ 23 ມັງກອນ 2020 ຂາຍທີ່ 7.059.000 ລ້ານກີບຕໍ່ບາດ ເຊິ່ງກໍມີການປັບຂຶ້ນຕາມກົນໄກຕະຫຼາດໂລກ ເຊິ່ງໃນປັດຈຸບັນອັດຕາສ່ວນທີ່ປະຊາຊົນເຂົ້າມາຂາຍຄໍາ ຫຼາຍກວ່າເຂົ້າມາຊື້ ຄິດເປັນ 30/70% ເນື່ອງຈາກປະຊາຊົນເຫັນວ່າລາຄາສູງ.

ສ່ວນປະເທດທີ່ຊົມໃຊ້ຄໍາຫຼາຍກວ່າໝູ່ແມ່ນຈີນ, ອິນເດຍ ເຊິ່ງເປັນການຄອບຄອງເພື່ອເປັນສິນສອດໃນງານແຕ່ງງານ. ນອກນັ້ນ, ກໍນໍາໃຊ້ເຂົ້າໃນການຜະລິດເຄື່ອງມືເຕັກໂນໂລຊີຕ່າງໆ ເພາະຄໍາເປັນວັດຖຸທີ່ຊັກນໍາໄຟຟ້າໄດ້ດີ ແລະ ທີ່ສໍາຄັນບໍ່ເຂົ້າໝ້ຽງ, ສ່ວນປະເທດທີ່ຄອງຄໍາຫຼາຍກວ່າໝູ່ແມ່ນສະຫະລັດອາເມຣິກາ, “ ທ່ານ ພູວົງກ່າວ ”.

ຢ່າງໃດກໍຕາມ, ປະທານສະມາຄົມອັນຍະມະນີລາວ ຍັງເຜີຍຕື່ມວ່າ: ສໍາລັບຕະຫຼາດໂລກຈະມີກົນໄກການປັບຂຶ້ນ – ລົງໃນແຕ່ລະວັນຫຼາຍຄັ້ງ, ສ່ວນທາງລາຄາຄໍາຮູບປະພັນໃນຕະຫຼາດປະເທດເຮົາ ທີ່ເນັ້ນການປັບບໍ່ເກີນ 1 ຄັ້ງ ເນື່ອງຈາກວ່າເພື່ອຮັກສາ ຄວາມສົມດຸນ ( ທຸ່ນທ່ຽງ ) ລາຄາຂາຍໃນແຕ່ລະວັນບໍ່ໃຫ້ມີການຜັນຜວນຈະເປັນຂໍ້ຫຍຸ້ງຍາກໃນການຂາຍ ແລະ ຊື້ຄໍາໃນແຕ່ລະວັນ, ແຕ່ກໍປະຕິເສດບໍ່ໄດ້ຖ້າລາຄາໃນຕະຫຼາດໂລກ ມີການປັບຂຶ້ນລົງໃນແຕ່ລະວັນຮຸນແຮງ, ພວກເຮົາກໍຈໍາເປັນໄດ້ປັບລາຄາຂາຍເຊັ່ນກັນ.

ສ່ວນທິດທາງລາຄາຄໍານັບຈາກນີ້ຈະມີການປັບຂຶ້ນ – ລົງຄືແນວໃດນັ້ນ  ກໍບໍ່ສາມາດຄາດເດົາລ່ວງໜ້າໄດ້. ທັງນີ້, ກໍຂຶ້ນກັບສະພາບຄວາມບໍ່ສະຫງົບໃນຕາເວັນອອກກາງ ແລະ ສົງຄາມການຄ້າ ຈີນ – ສະຫະລັດອາເມຣິກາ ທີ່ມີຜົນໂດຍກົງຕໍ່ລາຄາຄໍາ, ທ່ານ ພູວົງ ພະມີສິດ ກ່າວ.