ກະຊວງສາທາລະນະສຸກ ເພີ່ມການເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດຈາກຈີນ

122

ໃນວັນທີ24 ມັງກອນ2020 ກົມຄວບພະຍາດຕິດຕໍ່ ໄດ້ອອກບົດລາຍງານສະພາບການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່(Novel Corona Virus-nCOV) ທີ່ກຳລັງລະບາດຢູ່ ສປ ຈີນ ພ້ອມທັງປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການເພີ່ມທະວີ ການເຝົ້າລະວັງແລະ ປ້ອງກັນການລະບາດຂອງພະຍາດ.

ການຕິດຕັ້ງ ​Camera Thermo Scan set up ທີ່ສະໜາມບິນວັດໄຕ(23ມັງກອນ2020)

ຢ່າງໃດກໍຕາມກະຊວງສາທາລະນະສຸກໄດ້ລາຍງານວ່າ ສປປ ລາວ ມາຮອດປັດຈຸບັນນີ້ຍັງບໍ່ມີລາຍງານກໍລະນີ ສົງໃສເທື່ອ, ເຊິ່ງ ທາງກະຊວງສາທາລະນະ ສຸກ ໄດ້ເອົາໃຈໃສ່ຕິດຕາມສະພາບການ ຢ່າງໃກ້ຊິດ ແລະ ຈັດຕັ້ງປະຕິບັດວາງມາດ ຕະການໃນການປ້ອງກັນ ໂດຍສະເພາະ ການພົວພັນປະສານງານກັບແຕ່ລະພາກ.

ການກວດກາທີ່ສະໜາມບິນສາກົນວັດໄຕ

ພ້ອມກັນນີ້ ທາງກະຊວງສາທາລະນະສຸກ ຍັງມີການວິເຄາະ ແລະ ເຝົ້າລະວັງ ໂດຍສໍາ ເລັດການຮ່າງແບບຟອມການສອບສວນ ການລະບາດພະຍາດ nCOV, ແບບຟອມກໍລະນີສໍາພັດຂອງພະຍາດ nCOV, ໂທຕິດຕາມ ແລະ ສອບຖາມ ປະຫວັດພ້ອມທັງໃຫ້ຄຳ ແນະນຳແກ່ຜູ້ທີ່ ໂທເຂົ້າມາປືກສາໃນສາຍດ່ວນ 166 ແລະ ສາຍດ່ວນ IHR ຂອງກົມຄວບຄຸມ ພະຍາດຕິດຕໍ່.

ການກວດກາທີ່ສະໜາມບິນສາກົນວັດໄຕ

ລາຍລະອຽດບົດລາຍງານຂອງກົມຄວບພະຍາດຕິດຕໍ່