ຕົວເລກຜູ້ຕິດພະຍາດ​ປອດ​ອັກ​ເສບ​ໃນຈີນ ເພີ່ມຂຶ້ນເປັນ1975 ຄົນ ເສຍ​ຊີ​ວິດແລ້ວ 56 ຄົນ

148

ຕາມ​ຂ່າວ CRI: ວັນ​ທີ 25 ມັກ​ງອນນີ້ ໄດ້​ໄຂ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໂດຍ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄົມ​ພະ​ຍາດ​ປອດ​ອັກ​ເສບ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່,ກອງ​ປະ​ຊຸມ​ໄດ້​ດຳ​ເນີ​ການ​ຄົ້ນ​ຄວ້າ ຈັດ​ຕັ້ງ​ປະ​ຕິ​ບັດ​ແລະ​ຂົນ​ຂວາຍ​ອີກ​ເທື່ອ​ໜຶ່ງ​ຕໍ່​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ດັ່ງ​ກ່າວ​ໂດຍ​ສະ​ເພາະ​ວຽກ​ງານ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ.ມາ​ຮອດ​ປັດ​ຈຸ​ບັນ​ທົ່ວ​ປະ​ເທດ​ໄດ້​ໃຊ້​ມ​ດາ​ຕະ​ການ​ຢ່າງ​ເຂັ້ມ​ງວດ​ຫຼາຍ​ຢ່າງ​ເພື່ອ​ຄວບ​ຄຸມ​ພະ​ຍາດ.

ນັບ​ມາ​ຮອດ​ເວ​ລາ 24 ໂມງ​ຂອງວັນ​ທີ 25, ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຜູ້​ເປັນ​ພະ​ຍາດ1975 ຄົນ, ເສຍ​ຊີ​ວິດ 56 ຄົນ. ໃນ​ດ້ານ​ປ້ອງ​ກັນ​ແລ​ະ​ຄວບ​ຄຸມ​ພະ​ຍາດ,ປິ່ນ​ປົວ​ຄົນ​ເຈັບ​ແລະ​ການ​ຮັບ​ປະ​ກັນ​ດ້ານ​ອຸ​ປະ​ກອນ​ຕ່າງໆ,ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ວາງ​ມາດ​ຕະ​ການ​ເຂັ້ມ​ງວດ​ຫຼາຍ​ຢ່າງ​ອອກ​.

ອີງ​ຕາມ​ແຈ້ງ​ການ​ຫຼ້າ​ສຸດ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ລ​ະ​ສຸກ​ແຫ່ງ​ຊາດ​ຈີນ, ພາກ​ສ່ວນ​ການ​ຄົມ​ມະ​ນາ​ຄົມ​ຕາມ​ເສັ້ນ​ທາງ, ການ​ບິນ​ພົນ​ລະ​ເຮືອນ, ເສັ້ນ​ທາງ​ລົດ​ໄຟ​ແລະ​ອື່ນໆ​ຕ້ອງວາງ​ແຜນ​ແກ້​ໄຂ​ກໍ​ລະ​ນີ​ສຸກ​ເສີນ​ອອກ​ມາ.

ກະ​ຊວງ​ການ​ເງິນ​ແລະ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ໄດ້​ຮ່ວມ​ກັນ​ປະ​ກາດ​ແຈ້ງ​ການ​ກ່ຽວ​ກັບ​ງົບ​ແຫ່ງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ໂດຍ​ກຳ​ນົດ​ ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ທີ່​ກ່ຽວ​ຂ້ອງ​ເມື່ອ​ໄດ້​ຫັກ​ຈາກ​ປະ​ກັນ​ໄພ​ປິ່ນ​ປົວ​ພະ​ຍາດ​ແລ້ວ, ສ່ວນ​ເຫຼືອ​ທີ່​ຕ້ອງ​ການ​ຜູ້​ກ່ຽວ​ຈ່າຍ​ເອງ​ນັ້ນ​ຈະ​ໃຫ້​ການ​ເງິນ​ສູນ​ກາງ​ແລະ​ທ້ອງ​ຖີ່ນ​ຮັບ​ຜິດ​ຊອບ​ໄປ​ໝົດ. ສ່ວນ​ພະ​ນັກ​ງານ​ແພດ​ສາດ​ແລະ​ຜູ້​ປະ​ຕິ​ບັດ​ງານ​ໃນ​ການ​ຄວບ​ຄົມ​ພະ​ຍາດ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ນັ້ນ ຈະ​ເປີດ​ເງິນ​ອຸດ​ໜູນ​ຊົ່ວ​ຄາວ​ໃຫ້.

ວັນ​ທີ 25 ມັງ​ກອນນີ້ ກະ​ຊວງ​ຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ​ຂອງ​ຈີນ​ປະ​ກາດ​ວ່າຈະ​ຍົກ​ເວັ້ນ​ຄ່າ​ທຳ​ນຽມຕໍ່​ລົດ​ຍົນ​ທີ່​ຂົນ​ສົ່ງ​ອຸ​ປະ​ກອນປົວ​ພະ​ຍາດ​ແລະ​ພະ​ນັກ​ງານ​ແພດ​ສາດ​ທີ່​ແລ່ນ​ຂ້າມ​ແຂວງ​ຕ່າງໆ ແລະ​ຮັບ​ປະ​ກັນ​ໃຫ້​ລົດ​ຍົນ​ເຫລົ່າ​ນີ້​ມີ​ຄວາມສະດວກ​ໃນ​ການ​ເດີນ​ທາງ.

ລະ​ດັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄົມ​ພະ​ຍາດ​ຍົກ​ສູງ​ຂຶ້ນ ປະ​ຈຸ​ບັນ ທົ່ວ​ປະ​ເທດ​ຈີນ​ໄດ້​ມີ 30 ແຂວງ​ເຊັ່ນ: ແຂວງ​ຈ່ຽງ​ຊູ, ແຂວງ​ໄຫ​ຫຼຳ, ເຂດ​ປົກ​ຄອງ​ຕົນ​ເອງ​ຊິນ​ຈ່ຽງ, ແຂວງ​ເຫີ​ໜານ, ແຂວງ​ໄຫ​ຫຼົງ​ຈ່ຽງ, ແຂວງ​ການ​ຊູ, ແຂວງ​ຫຼິວ​ໜິງດ ແຂວງ​ຊ່ານ​ຊີ, ແຂວງ​ສ້ານ​ຊີ, ແຂວງ​ຊິງ​ຫາຍ, ແຂວງ​ຈີ​ຫຼິນ, ເຂດ​ປົກ​ຄອງ​ຕົນ​ເອງ​ໜິງ​ເຊ້ຍ ແລະ​ອື່ນໆ ໄດ້ປະ​ກາດ​ປະ​ຕິ​ບັດ​ການ​ຕອບ​ສະ​ໜອງ​ຕໍ່​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ເກີດ​ຂຶ້ນ​ສຸກ​ເສີນ​ໃນ​ລະ​ດັບ​ສູງ​ສຸດ ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ທີ່​ເຂັ້ມ​ງວດ​ທີ່​ສຸດ.

ຕາມ​ຂໍ້​ມູນ​ຫຼ້າ​ສຸດ​ທີ່​ປະ​ກາດ​ໂດຍ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໄດ້​ສົ່ງ​ວິ​ຊາ​ການ​ແພດ​ສາດ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ໜັກ​ໄປ​ຮອດ​ເມືອງ​ອູ​ຮ້ານ ເພື່ອ​ຊີ້​ນຳ​ວຽກ​ງານ​ຢູ່​ກັບ​ບ່ອນແລະ​ໜ່ວຍ​ປິ່ນ​ປົວ​ພະ​ຍາດ​ຫຼາຍ​ໜ່ວຍ​ຈາກ​ຫຼາຍ​ແຂວງ​ໄດ້​ເດີນ​ທາງ​ໄປ​ອູ​ຮ້ານ ເພື່ອ​ຊ່ວຍ​ການ​ປົວ​ພະ​ຍາດ.

ນັບ​ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 25 ມັງ​ກອນນີ້ແ ຂວງ​ຫູ​ເປີຍ​ໄດ້​ເປີດ​ງົບປະ​ກັນ​ໄພ​ປິ່ນ​ປົວ​ພະ​ຍາດ​ຈຳ​ນວນ 1 ຕື້ກວ່າ​ຢວນ ເພື່ອ​ຮັບ​ປະ​ກັນ​ການ​ປິ່ນ​ປົວ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່.