ຕລຊລ ຕ້ອນຮັບການມາທັດສະນະສຶກສາຂອງອາຈານ-ນັກສຶກສາ ມຂ 120 ຄົນ

167

ເພື່ອເປັນການສ້າງຄວາມເຂົ້າໃຈໃຫ້ແກ່ນ້ອງນັກຮຽນນັກສືກທີ່ກຳລັງຈະຈົບອອກມາເປັນພະນັກງານ,​ເປັນນັກທຸລະກິດ,​ນັກລົງທຶນໃນຕໍ່ໜ້າ,​ ມະຫາວິທະຍາໄລສະຫວັນນະເຂດ(ມຂ) ໄດ້ນຳພາຄະນະນັກສືກສາມາທັດສະນະກັບສະຖານທີ່ຕົວຈີງທີ່ ຕະຫລາດຫລັກຊັບລາວ.​

ເມື່ອວັນທີ 24 ມັງກອນ 2020 ໂດຍໄດ້ຮັບການຂຶ້ນບັນຍາຍຈາກ ຕລຊລ, ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ, ພາຍໃຕ້ຫົວຂໍ້ທີ່ໜ້າສົນໃຈເຊັ່ນ:  ສະພາບລວມຂອງ ຕລຊລ; ພາລະບົດບາດຂອງບໍລິສັດຫຼັກຊັບ, ຂັ້ນຕອນການແລກປ່ຽນຊື້-ຂາຍຮຸ້ນໃນວຽກງານຕະຫຼາດທຶນລາວ.