ເປີດນຳໃຊ້ຢ່າງເປັນທາງການແລ້ວເຮືອນລ້ຽງເດັກກຳພ້າ ແຂວງຫຼວງພະບາງ

105

ໃນວັນທີ 23 ມັງກອນ 2020 ໄດ້ພິທີເປີດນຳໃຊ້ເຮືອນລ້ຽງເດັກກຳພ້າ ນະຄອນຫຼວງຫຼວງພະບາງ ທີ່ໂຮງຮຽນເດັກກຳພ້າ ເປັນກຽດເຂົ້າຮ່ວມໂດຍມີທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການມີການ ແລະ ກິລາແຂວງຫຼວງພະບາງ, ທ່ານ ສະແຕນລີ ບຣາວ ຜູ້ໃຫ້ທືນ, ມີຕາງໜ້າກົມກະຊວງສຶກສາທິການແລະກິລາ, ພາກທີກ່ຽວຂ້ອງຂອງແຂວງ, ນະຄອນຫຼວງພະບາງ, ອຳນວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍນັກຮຽນພາຍໃນໂຮງຮຽນເດັກກຳພ້າເຂົ້າຮ່ວມ.

ໂຄງການລ້ຽງເດັກກຳພ້າ ແມ່ນໜຶ່ງໂຄງການທີ່ໄດ້ຮັບທືນສະໜັບສະໜູນ ຈາກທ່ານ ສະແຕນລີ ບຣາວ ນັກທຸລະກິດຈາກຕ່າງປະເທດ. ໃນເບື້ອງຕົ້ນທ່ານໄດ້ມາດຳເນີນທຸລະ ກິດຢູ່ແຂວງພະບາງ ຍ້ອນມີແຮງຈຸງໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານສຶກສາຢູ່ລາວ ໂດຍສະເພາະຢູ່ແຂວງຫຼວງພະບາງ ມາຮອດ ສົກປີ 2008ຫາ 2012 ຈຶ່ງໄດ້ຕັດສິນໃຈນຳເອົາທືນສ່ວນຕົວຂອງເອງ ແລະ ຂົນຂວາຍທຶນ ເພື່ອຊ່ວຍເຫຼືອຜູ້ດ້ອຍໂອກາດ ເປັນຕົ້ນແມ່ນເດັກກຳພ້າ, ກຳພອຍ ຫຼື ຄອບຄົວມີລູກຫຼາຍ ແລະ ທຸກຈົນ ໃນໄລຍະນີ້ແມ່ນໄດ້ໃຫ້ການຊ່ວຍເຫຼືອໂຮງຮຽນເດັກກຳພ້າ, ໂຮງນຽນຊົນເຜົ່າສວນຫຼວງ, ຊົນເຜົ່າເມືອງນ້ຳບາກ ແລະ ໂຮງຮຽນປະຖົມອີກ 19 ແຫ່ງ

ເຊິ່ງໄດ້ສະໜອງອາຫານ, ໃຫ້ທຶນການສຶກສາ, ນ້ຳດື່ມ, ສ້ອມແປງຫ້ອງນ້ຳ ແລະ ຫໍພັກນັກຮຽນ. ຮອດປີ 2019 ຈຶ່ງມີແນວຄິດຢາກສ້າງເຮືອນລ້ຽງເດັກກຳພ້າຂຶ້ນ ແລະ ນຳເອົາແນວດັ່ງກ່າວນຳສະເໜີຕໍ່ພາກສ່ວນທີ່ຂ້ອງແຂວງ ຈຶ່ງໄດ້ຮັບການຕອບຮັບ ແລະ ຕົກລົງເຫັນດີໃຫ້ ເອົາອາຄານເກົ່າໂຮງຮຽນເດັກກຳພ້າ 1 ຫຼັງ ເພື່ອສ້ອມແປງຄືນ ເປັນເຮືອນລ້ຽງເດັກກຳພ້າ ໃນນີ້ ມີຫ້ອງຮຽນ 1 ຫ້ອງ, ຫ້ອງນອນ 1 ຫ້ອງ, ຫ້ອງຄົວ 1 ຫ້ອງ, ຫ້ອງນ້ຳ 1 ຫ້ອງ ແລະ ຫ້ອງອາບນ້ຳ 3 ຫ້ອງ ເພື່ອເຮັດເປັນເຮືອນລ້ຽງເດັກກຳພ້າ ປັດຈຸບັນມີພະນັກງານຄູ ແລະ ແມ່ລ້ຽງເດັກທັງໝົດ 6 ຄົນ. ໃນນີ້, ມີແມ່ລ້ຽງເດັກ 3 ຄົນ, ຄູອະນຸບານ 1 ຄົນ, ປະຖົມ 1 ຄົນ ແລະ ແມ່ບ້ານ 1 ຄົນ ມີເດັກນ້ອຍທີໄດ້ຮັບການລ້ຽງດູ 9 ຄົນ, ຍິງ 3 ຄົນ.

ຈາກ: ແຫລ້ສຸລິນພອນ