ສະພານະຄອນຫຼວງ ຮັບຮອງການແຕ່ງຕັ້ງ 3 ຕໍາແໜ່ງ

324

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງຊຸດທີ 1 ວັນທີ 24 ມັງກອນ 2020 ນີ້, ກອງປະຊຸມໄດ້ປະກາດ ແລະ ແຕ່ງຕັ້ງ ຫົວໜ້າພະແນກ 3 ຂະແໜງການຄື: ພະແນກການເງິນ ນະຄອນຫຼວງ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ.

ເຊິ່ງໃນກອງປະຊຸມໄດ້ຮັບຮອງການສະເໜີແຕ່ງຕັ້ງ ສະມາຊິກອົງການປົກຄອງນະຄອນນຫຼວງບາງຕຳແໜ່ງດັ່ງນີ້: ແຕ່ງຕັ້ງ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າສ່ວຍສາອາກອນ ຂຶ້ນເປັນຫົວໜ້າພະແນກ ການເງິນ ນະຄອນຫຼວງ ແທນທ່ານ ຄຳພັນ ມາລາບັນດິດ.

ຮັບຮອງເອົາ ທ່ານ ສຸລິວັນ ພົມມະຫາໄຊ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ຂຶ້ນເປັນຫົວໜ້າພະແນກ ແທນທ່ານ ເດດສົງຄາມ ທຳມະວົງ.

ຮັບຮອງເອົາ ທ່ານ ນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຂຶ້ນເປັນຫົວໜ້າພະແນກ ແທນທ່ານ ເບີລິນ ເພັດຈັນທະຣາດ.