ຍິນດີນຳ ທ່ານ ສົມສິດ ລາດສະວົງ ຂຶ້ນເປັນຫົວໜ້າຫ້ອງການຍຸຕິທຳ ເມືອງປາກທາຜູ້ໃໝ່

129

ເພື່ອປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ໃນການໂຍກຍ້າຍສັບປ່ຽນໜ້າທີ່ຄວາມຮັບຜິດຊອບ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ທັງນີ້ກໍ່ເພື່ອແນໃສ່ຍົກສູງພາລະບົດບາດການຊີ້ນຳນຳພາວຽກງານຍຸຕິທຳພາຍໃນເມືອງປາກທາ ແຂວງ ບໍແກ້ວ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນວັນທີ 23 ມັງກອນ 2020 ຜ່ານມາ ທີ່ຫ້ອງການ ເມືອງປາກທາ ແຂວງ ບໍ່ແກ້ວ ໄດ້ພິທີເຊັນບົດບັນທຶກມອບ – ຮັບ ຫົວໜ້າຫ້ອງການຍຸຕິທໍາ ລະຫວ່າງ ທ່ານ ຄຳຜຸ ມະນີວັນ ຫົວໜ້າຫ້ອງການຍຸຕິທຳ (ຜູ້ເກົ່າ) ທີ່ອອກພັກຜ່ອນຮັບອຸດໜູນບຳນານ ແລະ ທ່ານ ສົມສິດ ລາດສະວົງ ຫົວໜ້າຫ້ອງການຍຸຕິທຳ (ຜູ້ໃໝ່) ຂຶ້ນ ໂດຍຊ່ອງໜ້າ ຂອງທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ ຕາງໜ້າໃຫ້ຄະນະພັກຂັ້ນເທິງ ຍັງໄດ້ເນັ້ນໜັກໃຫ້ຫົວໜ້າຫ້ອງການຍຸຕິທຳຜູ້ມາຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເລິກເຊິ່ງ, ເອົາໃຈໃສ່ປັບປຸງການຈັດຕັ້ງພາຍໃນໃຫ້ເຂັ້ມແຂງ, ນຳພາຈັດຕັ້ງປະຕິບັດວຽກງານຍຸຕິທຳພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມກ້າວໜ້າຂື້ນເທື່ອລະກ້າວ.

ທີ່ມາ: ໜັງສືພິມບໍ່ແກ້ວ