ຄະນະພັກເມືອງປາກຊັນ ສຳເລັດຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V

85

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງປາກຊັນ ແຂວງ ບໍລິຄຳໄຊ ໄດ້ໄຂຂຶ້ນໃນລະຫວ່າງວັນທີ 15-16 ມັງກອນ 2020 ຜ່ານມາ ຢູ່ສະໂມສອນໃຫຍ່ຂອງເມືອງປາກຊັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມຈອມ ວັນນະສານຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີຜູ້ແທນສົມບູນ 123 ສະຫາຍ, ຍິງ 5 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ, ບັນດາບ້ານ ແລະ ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນທີ່ປະຊຸມ ສະຫາຍ ໄມຈອມ ວັນນະສານຄໍາ ໄດ້ຕີລາຄາເຖິງຜົນງານ ແລະ ໄຊຊະນະຂອງການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ມະຕິຄັ້ງທີ X ຂອງພັກ, ມະຕິຄັ້ງທີ VI ຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງທີ່ຜ່ານມາ. ພ້ອມນັ້ນກໍໄດ້ຊອກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ແກ່ການນໍາພາໃນຕໍ່ໜ້າ.

ພ້ອມນີ້, ຍັງໄດ້ເປັນເອກະພາບກັນ ຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2019-2024) ເຊິ່ງມີເນື້ອໃນຕົ້ນຕໍດັ່ງນີ້: 1)ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ດຸນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງທຶນໃຫ້ສອດຄ່ອງກັບເງື່ອນໄຂໃໝ່. 2) ສູ້ຊົນສ້າງໃຫ້ເມືອງປາກຊັນເປັນເມືອງທີ່ມີຄວາມເຂັ້ມແຂງຮອບດ້ານ ໂດຍສະເພາະທາງດ້ານວຽກງານການເງິນຕ້ອງໃຫ້ສາມາດກຸ້ມຕົນເອງເທື່ອລະກ້າວເປັນຕົ້ນ: ເງິນເດືອນ, ເງິນອຸດໜູນ, ນະໂຍບາຍ, ເງິນບໍລິຫານ, ເງິນດັດສົມສົ່ງເສີມ.

3) ໃຫ້ການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິງແວດລ້ອມກາຍເປັນສີຂຽວ ແລະ ຍືນຍົງ, ການພັດທະນາຂະແໜງເສດຖະກິດ ແລະ ວັດທະນະທຳ-ສັງຄົມໄປພ້ອມໆກັນ ນັບທັງຕົວເມືອງ ແລະ ຊົນນະບົດ, ການແກ້ໄຂຄວາມທຸກຍາກຕາມທິດ 3 ສ້າງໃຫ້ປະກົດຜົນເປັນຈິງ.

4) ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຄວາມຮູ້-ຄວາມສາມາດໃນການສ້າງກຳລັງແຮງງານໃຫ້ມີສີມື, ມີລະບຽບວິໄນ ແລະ ດຸໝັ່ນ, ອົດທົນ. 5) ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. 6) ສືບຕໍ່ເປີດກວ້າງການຮ່ວມມືກັບປະເທດເພື່ອນມິດທີມີແລ້ວໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ການປະກອບຄຳເຫັນຈາກບັນດາເມືອງ ແລະ ຜູ້ຕາງໜ້າຈາກຂົງເຂດຕ່າງໆ ອ້ອມຂ້າງເມືອງ, ຄອບຄົວຕົວແບບ ເຊິ່ງເຮັດໃຫ້ລາຍງານການເມືອງມີເນື້ອໃນອຸດົມສົມບູນ ແລະ ຢັ້ງຢືນເຖິງການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນເປັນຕົ້ນ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໃຫ້ໄປຕາມທິດ 3 ສ້າງ, ການຊຸກຍູ້-ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຄວາມທຸກຍາກ ແລະ ສ້າງຂະບວນການຕາມຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

ທີ່ມາ: ໜັງສືພິມບໍລິຄຳໄຊ