ເຂົ້າທ່ຽວຊົມຟຣີ 2 ແຫຼ່ງທ່ອງທ່ຽວ ທີ່ ເມືອງໂຂງ ນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ

224

ນັບວ່າເປັນຂ່າວດີສໍາລັບນັກທ່ອງທ່ຽວເປັນພິເສດ ເມື່ອໄດ້ມີແຈ້ງການ ຈາກຫ້ອງວ່າການແຂວງ ແຂວງຈໍາປາສັກ ເລື່ອງໃຫ້ຢຸດຕິການເກັບປີ້ເຂົ້າຊົມ ແລະ ການຄຸ້ມຄອງ 2 ແຫຼ່ງທ່ອງທ່ຽວ ຄື ອຸທິຍານນໍ້າຕົກຕາດ ຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ເມືອງໂຂງ ແຂວງຈໍາປາສັກ

ເຊິ່ງຕໍ່ຈາກນີ້ການເຂົ້າຊົມ ຫຼື ເຂົ້າໄປທ່ຽວທີ່ 2 ແຫຼ່ງທ່ອງທ່ຽວ ທີ່ຖືເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໄດ້ຮັບຄວາມນິຍົມ, ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງຫຼາຍ ທີ່ຢາກໄປສໍາຜັດ ເມື່ອກ່ອນເກັບຄ່າຜ່ານເພື່ອໃຫ້ໄດ້ເຂົ້າໄປຊົມ ແຕ່ນັບແຕ່ວັນທີ 23 ມັງກອນ 2020 ເປັນຕົ້ນໄປ ແມ່ນສາມາດ ເຂົ້າໄປຊົມ ແລະ ສໍາພັດຄວາມສົດຊື່ນ, ຄວາມງາມ, ໄປພັກຜ່ອນໄດ້ເລີຍບໍ່ຕ້ອງແບບບໍ່ໄດ້ເສຍ

ທັງນີ້ທາງຫົວໜ້າຫ້ອງວ່າການແຂວງຈໍາປາສັກ ແຈ້ງທິດຊີ້ນໍາຂອງທ່ານເຈົ້າແຂວງໃຫ້ຊາບວ່າ ປັດຈຸບັນໃຫ້ກຸ່ມບໍລິສັດ ຍິ່ງໂຊກໄຊ ຢຸດຕິການເກັບເງິນຄ່າເຂົ້າຊົມ ແລະ ຢຸດຕິການບໍລິການ 02 ແຫຼ່ງທ່ອງທ່ຽວ ອຸທິຍານນໍ້າຕົກຕາດ ຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ຕັ້ງແຕ່ວັນທີ 23 ມັງກອນ 2020 ໄປຈົນກວ່າຈະມີທິດຊີ້ນໍາຈາກຂັ້ນເທິງ ແລະ ມອບໃຫ້ເມືອງໂຂງ ເຂົ້າຄຸ້ມຄອງບໍລິຫານແທນ

ໃຫ້ເມືອງໂຂງ ສົມທົບກັບກຸ່ມ ບໍລິສັດໂຊກໄຊ ຈໍາກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງກວດກາ, ຂຶ້ນບັນຊີຊັບສິນ ຢູ່ຮ້ານອາຫານສາລາຊົມວິວ ຂອງ ອຸທະຍານນໍ້າຕົກຕາດຄອນພະເພັງ ແລະ ຈຸດອື່ນໆ ຂອງ 2 ແຫຼ່ງທ່ອງທ່ຽວໃຫ້ສໍາເລັດໃນວັນທີ 24 ມັງກອນ 2020 ພ້ອມທັງໃຫ້ບໍລິສັດຢຸດການບໍລິການຮ້ານອາຫານ ຢູ່ຈຸດດັ່ງກ່າວ.

ສໍາລັບໃຜທີ່ມີແຜນໄປທ່ຽວ ຫຼື ໄດ້ມາທີ່ເມືອງໂຂງ ແຂວງຈໍາປາສັກ ກໍສາມາດມາແວ່ຊົມວິວງາມໆ, ທໍາມະຊາດສົດໆ, ບັນຍາກາດດີໆທີ່ ສະຖານທີ່ທ່ອງທ່ຽວທັງສອງແຫ່ງນີ້ໄດ້ເດີ້.