ແນວລາວສ້າງຊາດ ນວ ສະເໜີ 3 ບັນຫາ ໃຫ້ສະພານະຄອນຫຼວງ ເອົາໃຈໃສ່ຕື່ມ

175

ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ສະເໜີໃຫ້ ສະພາປະຊາຊົນນະຄອນຫຼວງວຽງຈັນ ເອົາໃຈໃສ່ 3 ບັນຫາສໍາຄັນ ເພື່ອເຮັດໃຫ້ການປະຕິບັດພາລະບົດບາດຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາແຫ່ງຊາດ ( ສສຊ ) ເຂດ 1 ນະຄອນຫຼວງວຽງຈັນ ( ນວ ) ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ທ່ານ ບຸນທ່ຽງ ຂຸນສີ ປະທານແນວລາວສ້າງຊາດ ນວ ໄດ້ກ່າວວ່າ: ຕະຫຼອດປີຜ່ານມາສະພາປະຊາຊົນ ນວ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນ ໃນການພິຈາລະນາບັນຫາສຳຄັນຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ແລະ 9 ຕົວເມືອງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ສະພາບຕົວຈິງ, ເອົາໃຈໃສ່ໃນການຕິດຕາມກວດກາບັນດາຂະແໜງການຕ່າງໆ ລວມທັງຕິດຕາມກວດກາການເຄື່ອນໄຫວສາສະໜາທີ່ບໍ່ສອດຄ່ອງ, ບັນດາສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຄື່ອນໄຫວຕາມສິດໜ້າທີ່ຂອງຕົນ ແລະ ນໍາເອົາບັນດາເນື້ອໃນຈິດໃຈຕ່າງໆຂອງກອງປະຊຸມ ໄປເຜີຍແຜ່ໃຫ້ປະຊາຊົນຮັບຊາບຢ່າງທົ່ວເຖິງ ພ້ອມທັງນໍາເອົາບັນຫາຕ່າງໆທີ່ເກີດຂຶ້ນກັບປະຊາຊົນມາສະເໜີ ແລະ ພິຈາລະນາແກ້ໄຂ.

ຄຽງຄູ່ກັນນັ້ນຍັງເຫັນວ່າມີຂໍ້ຄົງຄ້າງໃນບາງປະການ ເປັນຕົ້ນແມ່ນການໂຄສະນາເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຍັງບໍ່ທັນກວ້າງ ຂວາງ ເຊິ່ງເຮັດໃຫ້ຍັງເກີດມີບັນຫາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງຄວາມບໍ່ສະຫງົບຮຽບຮ້ອຍໃນສັງຄົມ, ການແກ້ໄຂບັນຫາຕ່າງໆຍັງຊັກຊ້າ, ບໍ່ຊັດເຈນ, ຍັງມີຫາງສຽງ ແລະ ມີບາງກໍລະນີຕິດຕາມກວດກາເປັນຮູບການເທົ່ານັ້ນ ແລະ ການປະຕິບັດໜ້າທີ່ຂອງ ສສຊ ຍັງຂາດຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຕິດຕາມກວດກາບາງບັນຫາ ເຮັດໃຫ້ການປະຕິບັດໜ້າທີ່ຂອງພະນັກງານສືບສວນ – ສອບສວນຍັງບໍ່ສາມາດຫຼີກລຽງຫາງສຽງຈາກສັງຄົມ ໂດຍສະເພາະແມ່ນຄວາມບໍ່ໂປ່ງໃສ, ຍັງຂາດຈັນຍາບັນ – ຈັນຍາທໍາ, ການປະຕິບັດຄຳຕັດສິນຂອງສານຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ຕໍ່ກັບບັນຫາດັ່ງກ່າວ ທ່ານໄດ້ສະເໜີ 3 ບັນຫາສຳຄັນ ເພື່ອໃຫ້ສະພານະຄອນຫຼວງ ເອົາໃຈໃສ່ຕື່ມ ເຊັ່ນ: ເອົາໃຈໃສ່ຕິດຕາມກວດກາຜົນການກວດສອບການຈັດຕັ້ງປະຕິບັດຢ່າງເດັດຂາດ ເພື່ອແກ້ໄຂບັນຫາຫາງສຽງສັງຄົມ, ມີຄວາມຮັບຜິດຊອບສູງ, ມີຈັນຍາບັນ – ຈັນຍາທຳ ແລະ ປະຕິບັດລະບຽບຢ່າງເດັດຂາດຕໍ່ຜູ້ກະທຳຜິດ, ເອົາໃຈໃສ່ຄຸ້ມຄອງຊັບສິນທີ່ຢຶດໄດ້ຂອງຜູ້ກະທຳຜິດໃຫ້ລວມສູນ.

ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງ ເອົາໃຈໃສ່ໃນການສ້າງບັນດານິຕິກຳລຸ່ມກົດໝາຍ ໃຫ້ມີຄວາມວ່ອງໄວເພື່ອເປັນເຄື່ອງມືໃນການປະຕິບັດໜ້າທີ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ດີຂຶ້ນ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ. ການລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາປະຊາຊົນ ນວ ໃນແຕ່ລະຂັ້ນ ໃຫ້ເອົາໃຈໃສ່ໃຫ້ທົ່ວເຖິງ ແລະ ສູ່ທ້ອງຖິ່ນໃຫ້ຫຼາຍກວ່າເກົ່າ.