ປະຊາກອນໂລກກວ່າ400ລ້ານຄົນມີບັນຫາດ້ານແຮງງານ

109
Crowd of people walking over the crosswalk at sunset. Sydney, Australia

ສປຊລາຍງານວ່າ:ເຖິງວ່າອັດຕາວ່າງວຽກຂອງໂລກເປັນໄປຕາມພາວະເສດຖະກິດທີ່ງຽບເຫງົາ,ແຕ່ໃນພາບລວມພົບວ່າປະຊາກອນໂລກຫຼາຍກວ່າ470ລ້ານຄົນປະເຊີນກັບບັນຫາດ້ານແຮງງານ.

ອົງການສະຫະປະຊາຊາດຫຼືສປຊອອກບົດລາຍງານລະບຸວ່າ:ອັດຕາການວ່າງວຽກລະດັບໂລກເມືີ່ອປີກ່ອນຢູ່ທີ່5,4%ຄິດເປັນ188ລ້ານຄົນ,ແມ້ຍັງຖືວ່າເປັນອັນດັບທີ່ຄົງທີ່ແຕ່ມີທ່າອ່ຽງເພີ່ມຂຶ້ນເປັນ190,5ລ້ານຄົນໃນປີ2020 ແລະ ສູງຂຶ້ນອີກໃນປີຕໍ່ໄປເຊິ່ງເປັນຜົນພວງມາຈາກທ່າອ່ຽງເສດຖະກິດໂລກທີ່ຂະຫຍາຍຕົວຊ້າລົງເຮັດໃຫ້ອັດຕາການຈ້າງວຽກໃໝ່ຫຼຸດລົງ,ແຕ່ສວນທາງກັບຈໍານວນປະຊາກອນໂລກທີ່ເພີ່ມຂຶ້ນຕະຫຼອດເວລາ.

ປັດຈຸບັນຍັງມີປະຊາກອນໂລກອີກປະມານ285ລ້ານຄົນກໍາລັງຢູ່ໃນພາວະການວ່າງແຝງຫຼືການເຮັດວຽກຕໍ່າລະດັບເຊິ່ງຄໍານິຍາມຂອງສປຊຄວບຄຸມທັງການມີຊົ່ວໂມງເຮັດວຽກໜ້ອຍກວ່າໄລຍະເວລາທີ່ເໝາະສົມ,ການທີ່ບຸກຄົນເຮັດວຽກຢ່າງບໍ່ເຕັມທີ່ຄືໃຊ້ຄວາມຮູ້ ແລະ ຄວາມສາມາດໜ້ອຍກວ່າຄວາມເປັນຈິງໃນການລົງມືເຮັດວຽກໃດໜຶ່ງ ແລະ ການເຮັດວຽກເຊິ່ງໄດ້ຮັບຄ່າຕອບແທນຕໍ່າກວ່າລະດັບຄວາມຮູ້ຄວາມສາມາດຂອງຕົນເອງ,ແຕ່ບຸກຄົນນັ້ນຍັງບໍ່ສາມາດຫາວຽກທີ່ເໝາະສົມກວ່ານີ້ໄດ້.

ນອກຈາກນີ້,ປະຊາກອນໂລກຫຼາຍກວ່າ630ລ້ານຄົນຫຼືປະມານ1/5ຂອງປະຊາກອນໂລກໃນໄວເຮັດວຽກທັງໝົດກໍາລັງປະສົບພາວະຄວາມທຸກຍາກໃນການເຮັດວຽກຄືໄດ້ຮັບຄ່າຕອບແທນໜ້ອຍກວ່າ3,20ໂດລາຕໍ່ມື້.