ດ່ານສາກົນເພີ່ມທີມແພດເຝົ້າລະວັງພະຍາດປອດອັກເສບສາຍພັນໃໝ່

130

ກະຊວງສາທາລະນະສຸກ ແຈ້ງໃຫ້ປະຊາຊົນຫຼີກລຽງເດີນທາງໄປເຂດທີ່ມີການລະບາດ, ຫາກບຸກຄົນໃດມີອາການຄ້າຍຄືໄຂ້ຫວັດໃຫ້ໄປພົບແພດດ່ວນ ຫຼື ໂທແຈ້ງເບີ 166, ຂະນະທີ່ບັນດາດ່ານສາກົນເລັ່ງເພີ່ມທີມແພດ ລວມທັງອຳນວຍຄວາມສະດວກທຸກດ້ານເພື່ອສະກັດກັ້ນພະຍາດດັ່ງກ່າວ.

ວັນທີ 23 ມັງກອນ 2020,ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບພະຍາດປອດອັກເສບ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຕໍ່ສື່ມວນຊົນວ່າ: ສປປ ລາວ ທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ແລະ ຍັງມີສາຍການບິນໂດຍກົງຈາກ ສປ ຈີນ ກໍອາດຈະມີຄວາມສ່ຽງຕໍ່ພະຍາດປອດອັກເສບສາຍພັນໃໝ່ ໂດຍໄດ້ແຈ້ງການໃນການປ້ອງກັນໃຫ້ກັບດ່ານສາກົນ, ເນັ້ນໜັກສະໜາມບິນສາກົນຫຼວງພະບາງ ແລະ ສະໜາມບິນສາກົນວັດໄຕ ເຊິ່ງຈະມີທີມແພດຕອບໂຕ້ໂດຍກົງປະຈໍາຢູ່ດ່ານ ເພາະບາງກໍລະນີແມ່ນບໍ່ສະແດງອາການ ລວມທັງການແຈ້ງເຕືອນທຸກແຂວງທົ່ວປະເທດສົມທົບກັບທີມລະບາດສືບສວນ ແລະ ຕອບໂຕ້ໄວໃຫ້ເຝົ້າລະວັງຢ່າງໃກ້ຊິດ ໂດຍມີວິທີປ້ອງກັນ ຄື:

ພາບປະກອບຂ່າວ

ຫຼີກລຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດຖ້າບໍ່ຈໍາເປັນ; ຫຼີກລຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ; ຖ້າມີອາການສົງໄສໃຫ້ພົບແພດທີ່ຢູ່ໃກ້; ຫຼີກລຽງການສໍາຜັດສັດເປັນ ຫຼື ຕາຍ. ປະຕິບັດມາລະຍາດໃນການໄອ – ຈາມ ດ້ວຍການອັດປາກ ແລະ ດັງ ຖ້າມີອາການສົງໄສໃຫ້ໄປພົບແພດດ່ວນ ແລະ ແຈ້ງປະຫວັດການເດີນທາງໃນໄລຍະ 14 ວັນກ່ອນມີອາການ. ກໍລະນີຕ້ອງການຄວາມຊ່ວຍເຫຼືອກະລຸນາໂທ 020 5406 6777 ຫຼື ສາຍດ່ວນ 166 ໃນໂມງລັດຖະການ.

ພາບປະກອບຂ່າວ

ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ ສປ ຈີນ ໃນວັນທີ 22 ມັງກອນ 2020 ມີຜູ້ຕິດເຊື້ອທັງໝົດ 571 ກໍລະນີ ເສຍຊີວິດ 17 ກໍລະນີ ສ່ວນ ໃຫຍ່ແມ່ນເກີດຂຶ້ນຢູ່ເມືອງອູຫັ້ນ ແຂວງຫູເປີ່ຍ ແລະ ຍັງມີລາຍງານຈາກ 25 ເມືອງໃນ ສປ ຈີນ. ນອກຈາກນີ້, ຍັງມີລາຍງານພົບຄົນເຈັບໃນບັນດາປະເທດອ້ອມຂ້າງ ສ່ວນ ໃຫຍ່ແມ່ນນັກທ່ອງທ່ຽວຈາກເມືອງອູຫັ້ນ ເຊັ່ນ: ໄທ, ສ.ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ ( ຈີນ ) ແລະ ສະຫະລັດອາເມຣິກາ.

ທ່ານ ບຸນລ້ຽງ ພົມມະທິ ຫົວໜ້າສະໜາມບິນສາກົນວັນໄຕ ໄດ້ໃຫ້ສຳພາດກັບທີມຂ່າວໜັງສືພິມເສດຖະກິດ – ການຄ້າ ວ່າ: ຫຼັງຈາກໄດ້ມີການປະຊຸມປຶກສາຫາລືກັບທີມແພດກະຊວງສາທາລະນະສຸກ ທາງສະໜາມບິນກໍໄດ້ກຽມຄວາມພ້ອມ ແລະ ໃຫ້ ຄວາມສະດວກທາງດ້ານສະຖານທີ່ ໃນການຕິດຕັ້ງອຸປະກອນກ້ອງກວດຫາເຊື້ອພະຍາດໃຫ້ແກ່ທີມແພດເຝົ້າລະວັງ, ທາງສະໜາມບິນກໍໃຫ້ການຮ່ວມມືເຕັມທີ່ທີ່ສຸດ ໂດຍການຈັບກ້ອງກວດຜູ້ໂດຍສານກ່ອນເຂົ້າ ຕມ ແລະ ຍັງໄດ້ຈັດຫ້ອງປະຖົມພະຍາບານຂັ້ນຕົ້ນໄວ້ໃຫ້ທີມແພດທີ່ປະຈໍາການເຝົ້າລະວັງອີກ.

ພາບປະກອບຂ່າວ

ປັດຈຸບັນກໍໄດ້ມີການຕິດຕັ້ງສໍາເລັດເປັນທີ່ຮຽບຮ້ອຍ ແລະ ໄດ້ມອບໝາຍໃຫ້ທາງສາທາລະນະສຸກ ແຈ້ງເຕືອນເມື່ອພົບຜູ້ໂດຍສານທີ່ມີອາການສົງໄສ.

ດ້ານ ທ່ານ ທອງວັນ ສີສຸພາກອນ ຫົວໜ້າສະໜາມບິນສາກົນຫຼວງພະບາງ ໄດ້ໃຫ້ສຳພາດ ວ່າ: ໂດຍປົກກະຕິຢູ່ສະໜາມບິນແມ່ນໄດ້ມີທີມແພດຕິດຕັ້ງກ້ອງກວດຫາເຊື້ອພະຍາດເປັນປົກກະຕິ ໂດຍຈະປະຈໍາການ 2 ຄົນຕໍ່ມື້. ຫຼັງຈາກໄດ້ຮັບແຈ້ງການຈາກກະຊວງສາທາລະນະສຸກ ໃນການຈັດທີມປ້ອງກັນພະຍາດປອດອັກເສບສາຍພັນໃໝ່ຈາກ ສປ ຈີນ ກໍໄດ້ມີການຈັດທີມແພດເຝົ້າລະວັງພະຍາດມາສົມທົບຕື່ມອີກ, ທາງສະໜາມບິນສາກົນຫຼວງພະບາງກໍໄດ້ຈັດຫ້ອງ ແລະ ສະຖານທີ່ໃຫ້ທີມແພດ.

ພາບປະກອບຂ່າວ

ນອກຈາກນີ້, ພະນັກງານບໍລິການໃນສະໜາມບິນກໍຕ້ອງປ້ອງກັນຕົນເອງ ໂດຍການໃສ່ໜ້າກາກ ແລະ ຍັງສົມທົບກັບທີມແພດສຸກເສີນຈາກຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອໃຫ້ຖ່ວງທັນຖ້າພົບເຫັນອາການ.