ເງິນດົງຫວຽດນາມຖືກກົດດັນປະເຊີນເສິກໜັກໃນປີນີ້

81
A customer at Vietcombank in Hanoi, Vietnam makes a deposit on Thursday, July 28th, 2011. Photo by Justin Mott/Bloomberg News Service =======================Vietnamese inflation accelerated for an 11th month in July after the central bank cut a key interest rate even as the nation faces the fastest price gains in Asia. Photographer: Justin Mott/Bloomberg

ເງິນດົງຫວຽດນາມຫຼັງຈາກມີສະຖຽນລະພາບມາຍາວນານມາຕະຫຼອດປີກ່ອນ,ນັກເສດຖະສາດຄາດຄະເນວ່າສະກຸນເງິນດົງຂອງຫວຽດນາມອາດຈະຖືກກົດດັນຈາກປັດໄຈລົບທັງພາຍໃນ ແລະ ພາຍນອກປະເທດ.

ທ່ານ ຫງວຽນ ທຣິ ເຫີ ຜູ້ຊ່ຽວຊານດ້ານການເງິນຫວຽດນາມໃຫ້ຄວາມເຫັນວ່າແຮງກົດດັນຈາກອັດຕາແລກປ່ຽນສະກຸນເງິນດົງຂອງຫວຽດນາມຈະເພີ່ມຂຶ້ນໃນປີນີ້ເຖິງວ່າລັດຖະບານຈະຄາດຄະເນວ່າການຂາດດຸນງົບປະມານຂອງປະເທດຈະຢູ່ທີ່ປະມານ3%ຂອງຍອດສົ່ງອອກໂດຍລວມກໍຕາມເນື່ອງອຈາກການນໍາເຂົ້າຂອງຫວຽດນາມມີທ່າອ່ຽງຈະເພີ່ມຂຶ້ນໃນໄລຍະ2-3ເດືອນຕໍ່ໜ້າແຊງໜ້າຍອດສົ່ງອອກ ແລະ ເພີ່ມແຮງກົດດັນແກ່ຄ່າເງິນດົງ.

ນອກຈາກນີ້,ຈໍານວນເງິນລົງທຶນໂດຍກົງຈາກຕ່າງປະເທດຫຼືເອຟດີໄອ ແລະ ຍອດເງິນທີ່ແຮງງານຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບບ້ານເກີດເມືອງນອນໃນປີນີ້ຈະຫຼຸດລົງເນື່ອງຈາກເສດຖະກິດໂລກຂະຫຍາຍຕົວຊ້າລົງຍິ່ງເຮັດໃຫ້ສະກຸນເງິນດົງມີປັດໄຈຊ່ວຍຊູຍູ້ໜູນໜ້ອຍລົງ.

ປີກ່ອນ,ຫວຽດນາມໄດ້ຮັບເງິນລົງທຶນໃນປະເທດ38.000ລ້ານໂດລາເພີ່ມຂຶ້ນ7%ຈາກປີ2018ທີ່ໄດ້ຮັບເງິນລົງທຶນ35.500ລ້ານໂດລາໂດຍອຸດສາຫະກໍາການຜະລິດຍັງຄົງດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດຈໍານວນ24.600ລ້ານໂດລາເຊິ່ງຄິດເປັນອັດຕາສ່ວນປະມານ64,6%ຂອງເງິນລົງທຶນໃນປີ2019.

ຢ່າງໃດກໍຕາມມີການຄາດຄະເນວ່າພື້ນຖານໂຄງລ່າງໃນຫວຽດນາມທີ່ຍັງບໍ່ດີເທົ່າທີ່ຄວນຄຽງຄູ່ກັບຊັບພະຍາກອນມະນຸດທີ່ຍັງບໍ່ແຂງແກ່ນເມື່ອປຽບກັບປະເທດອື່ນໆໃນອາຊີຈະເຮັດໃຫ້ເອຟດີໄອໃນອຸດສາຫະກໍາການຜະລິດປັບຕົວລົງໃນປີນີ້,ຂະນະທີ່ອັດຕາເງິນເຟີ້ທີ່ເພີ່ມຂຶ້ນຈະຍິ່ງກົດດັນຄ່າເງິນດົງຫຼາຍຂຶ້ນ.

ການສົ່ງອອກຂອງຫວຽດນາມໃນເດືອນ ຕຸລາທີ່ຜ່ານມາຫຼຸດລົງຢ່າງບໍ່ຄາດຄິດ,ໃນຕ່າງປະເທດຫຼຸດລົງໄປ0,8%ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນເຊິ່ງຕໍ່າກວ່າທີ່ນັກເສດຖະສາດຄາດຄະເນວ່າການສົ່ງອອກຂອງຫວຽດນາມຈະມີການຂະຫຍາຍຕົວເພີ່ມຂຶ້ນ10%.

ສາເຫດສໍາຄັນທີ່ເຮັດຍອດການສົ່ງອອກຂອງຫວຽດນາມຫຼຸດລົງມາຈາກການທີ່ຍອດຂາຍເມັດກາເຟຂອງຫວຽດນາມໃນຕ່າງປະເທດຫຼຸດລົງຫຼັງກະສິກອນຫຼຸດການຂາຍເມັດກາເຟຈາກບັນຫາລາຄາເມັດກາເຟຕົກຕໍ່າໃນຮອບ10ປີເຊິ່ງເຮັດໃຫ້ຍອດການສົ່ງອອກເມັດກາເຟໃນເດືອນ ຕຸລາຢູ່ທີ່1ແສນໂຕນຫຼຸດລົງໄປເຖິງ27%ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນລວມເຖິງການທີ່ບໍລິສັດ ຊໍາຊຸງ ອິເລັກໂທຣນິກ ຫຼຸດການສົ່ງອອກໂທລະສັບມືຖືໃນເດືອນ ກັນຍາຄຽງຄູ່ກັບຍອດການສົ່ງອອກນໍ້າມັນດິບ ແລະ ເຫຼັກປັບຕົວຫຼຸດລົງເຊັ່ນກັນ.

ຂະນະທີ່ຍອດການນໍາເຂົ້າຂອງຫວຽດນາມເພີ່ມຂຶ້ນ3,5%ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນເຮັດໃຫ້ມູນຄ່າການສົ່ງອອກນັບຕັ້ງແຕ່ເດືອນ ມັງກອນ-ເດືອນ ຕຸລາຢູ່ທີ່2,17ຮ້ອຍຕື້ໂດລາເພີ່ມຂຶ້ນ7,4%ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ເຖິງວ່າສະກຸນເງິນດົງຂອງຫວຽດນາມຈະຖືກກົດດັນເພີ່ມຂຶ້ນ,ແຕ່ນັກເສດຖະສາດຄາດຄະເນວ່າ:ທະນາຄານກາງຫວຽດນາມຈະເຂົ້າມາແກ້ໄຂບັນຫາເງິນດົງອ່ອນຄ່າໂດຍໃນໄລຍະທີ່ຜ່ານມາອາເມຣິກາໄດ້ປະກາດລາຍຊື່10ປະເທດທີ່ລັດຖະບານອາເມຣິກາຕ້ອງຕິດຕາມຄວາມເຄື່ອນໄຫວຂອງຄ່າເງິນຢ່າງໃກ້ຊິດປະກອບມີຈີນ,ເຢຍລະມັນ,ອຽກລັງ,ອີຕາລີ,ຍີ່ປຸ່ນ,ສ.ເກົາຫຼີ,ມາເລເຊຍ,ສິງກະໂປ,ສະວິດ ແລະ ຫວຽດນາມ.

ຢ່າງໃດກໍຕາມ,ເສດຖະກິດຂອງຫວຽດນາມຍັງຂະຫຍາຍຕົວຕໍ່ເນື່ອງເນື່ອງຈາກອານິສົງຂອງຄວາມເຄັ່ງຕຶງທາງການຄ້າ,ແຕ່ຫວຽດນາມອາດຈະຕ້ອງກຽມຮັບມືກັບປັດໄຈສ່ຽງທາງເສດຖະກິດທີ່ຖ້າຢູ່ເປັນຕົ້ນເລື່ອງຂອງເງິນເຟີ້ທີ່ສູງຂຶ້ນ ແລະ ນະໂຍບາຍໂຕ້ຕອບທາງການຄ້າໃນອະນາຄົດຈາກອາເມຣິກາ.