ຖວທ 11 ແຂວງ ອົບຮົມການສ້າງນິຕິກຳ

0
139

ກອງປະຊຸມຝຶກອົບຮົມເຕັກນິກການສ້າງນິຕິກຳໃຕ້ກົດໝາຍ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2020 ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງບໍລິຄຳໄຊ ເຂົ້າຮ່ວມໂດຍ ທ່ານ ວັນໄຊ ຕະວິນຍານ ຫົວໜ້າກົມນິຕິກຳ ກະຊວງ ຖວທ ແລະ ທ່ານ ສົນທອງ ວີບຸນ ກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີວິທະຍາກອນ, ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ ແລະ ສຳມະນາກອນຈາກ 11 ແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ໄດ້ຮັບຟັງການນຳສະເໜີເອກະສານຄວາມຮູ້ທົ່ວໄປກ່ຽວກັບການສ້າງນິຕິກຳ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນ, ສ່ວນປະກອບ ແລະ ໂຄງປະກອບຂອງນິຕິກໍາ, ການຂຽນ ແລະ ສັບຊ້ອນເນື້ອໃນ, ການອ້າງອີງໃສ່ບົດບັນຍັດ ຫຼື ນິຕິກໍາອື່ນ ແລະ ເຕັກນິກການປັບປຸງນິຕິກໍາ.

ນິຕິກໍາ ແມ່ນເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບສະເພາະ, ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ ໂດຍອົງການທີ່ມີສິດອໍານາດຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ.

ນິຕິກໍາ ມີສອງປະເພດ ຄື: ນິຕິກໍາທີ່ມີຜົນບັງຄັບທົ່ວໄປ ແມ່ນວາງອອກເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມ ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນ ໂດຍບໍ່ໄດ້ເຈາະຈົງສະເພາະໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ ແລະ ນິຕິກໍາທີ່ມີຜົນບັງຄັບສະເພາະ ວາງອອກເພື່ອຮັບໃຊ້ວຽກງານຄຸ້ມຄອງ – ບໍລິຫານ ໂດຍເຈາະຈົງໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ. ນອກນັ້ນ, ສຳມະນາກອນຍັງຈະໄດ້ຮັບຟັງການນຳສະເໜີເຕັກນິກກ່ຽວກັບການສ້າງນິຕິກໍາ, ການປະເມີນຜົນກະທົບຂອງການສ້າງນິຕິກໍາ, ແນະນໍາການປະຕິບັດເຕັກນິກ ການຮ່າງຂໍ້ຕົກລົງຂອງເຈົ້າແຂວງ ແລະ ອື່ນໆ.

ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນແຕ່ວັນທີ 21 – 23 ມັງກອນ 2020 ເປັນເວລາ 3 ວັນເຕັມ ໂດຍຈະໄດ້ມີການແບ່ງກຸ່ມ ແລະ ຮ່າງຂໍ້ຕົກລົງຂອງເຈົ້າແຂວງ, ຂຶ້ນລາຍງານວຽກງານຂອງແຕ່ລະກຸ່ມ, ມີຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເປັນການປະເມີນຜົນໄດ້ຮັບຈາກການຝຶກອົບຮົມ ເຮັດໃຫ້ສຳມະນາກອນສາມາດນຳໄປໃຊ້ໄດ້ກັບວຽກງານຕົວຈິງ.

LEAVE A REPLY

Please enter your comment!
Please enter your name here