ຫຼວງພະບາງ ຍົກລະດັບກຽມຄວາມພ້ອມໃຫ້ບໍລິການຕະຫຼາດທ່ອງທ່ຽວຈີນ

208

ໂຄງການທັກສະສໍາລັບວຽກການທ່ອງທ່ຽວ ( ລາວ/029 ) ຈັດຝຶກອົບຮົມໃຫ້ກັບບັນດາຜູ້ປະກອບການທຸລະກິດໃນຂະແໜງການທ່ອງທ່ຽວ ທັງພາກລັດ ແລະ ພາກທຸລະກິດຢູ່ນະຄອນຫຼວງພະບາງ ໃນຫົວຂໍ້ “ ກຽມພ້ອມບໍລິການຕະຫຼາດທ່ອງທ່ຽວຈີນ ” ຂຶ້ນໃນວັນທີ 21 ມັງກອນ 2020 ນີ້ ທີ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ເປັນປະທານຂອງ ທ່ານ ສຸລິທິບ ໜໍ່ຄູນຜົນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ທ່ານ ນາງ ວິມາພອນ ຜີວອ່ອນ ຜູ້ຊ່ຽວຊານໂຄງການທັກສະດ້ານການທ່ອງທ່ຽວ ໂຄງການລາວ/029, ມີຄູຝຶກຈາກສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທຸລະກິດໃນຂະແໜງການທ່ອງທ່ຽວເຂົ້າຮ່ວມ.

ພາບປະກອບຂ່າວ

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ບັນດາຜູ້ປະກອບການໃນຂະແໜງການທ່ອງທ່ຽວທັງພາກລັດ ແລະ ພາກທຸລະກິດໄດ້ຮັບຂໍ້ມູນປັດຈຸບັນສະພາບຕະຫຼາດທ່ອງທ່ຽວຈີນ ແລະ ນໍາໃຊ້ຂໍ້ມູນທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ເຂົ້າໃນການປັບປຸງຜະລິດຕະພັນ ແລະ ການບໍລິການຂອງຕົນ. ພ້ອມດຽວກັນນີ້, ຍັງຈະຊ່ວຍໃຫ້ຜູ້ປະກອບການສາມາດເຂົ້າເຖິງ ບໍລິສັດ ທ່ອງທ່ຽວ ແລະ ກຸ່ມນັກທ່ອງທ່ຽວແຕ່ລະປະເພດໄດ້ ເພື່ອເພີ່ມຈໍານວນລູກຄ້າ ແລະ ດຶງດູດການໃຊ້ຈ່າຍຂອງເຂົາເຈົ້າ ອັນເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງລາຍຮັບແກ່ທຸລະກິດ ແລະ ອຸດສາຫະກໍາທ່ອງທ່ຽວຂອງລາວເຮົາ.

ພາບປະກອບຂ່າວ

ຕອນທ້າຍພິທີ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ໄດ້ເນັ້ນໃຫ້ບັນດາສໍາມະນາກອນເອົາໃຈໃສ່ໃນການຝຶກອົບຮົມຄັ້ງນີ້ ເພື່ອນໍາເອົາ ຄວາມຮູ້ອັນໃໝ່ໄປເສີມສ້າງພັດທະນາບໍລິການທີ່ດີເຂົ້າທຸລະກິດຂອງຕົນເອງໃຫ້ໄດ້ຮັບຜົນດີກວ່າເກົ່າ ທັງເປັນການຊ່ວຍໃຫ້ນັກທ່ອງທ່ຽວທີ່ເຂົ້າມາຊົມໃຊ້ບໍລິການມີຄວາມເພິ່ງພໍໃຈ.

ພາບປະກອບຂ່າວ