ປກສ ນະຄອນຫຼວງ ສາມາດດຳເນີນຄະດີຢູ່ຫ້ອງຕຳຫຼວດ 800 ກວ່າເລື່ອງ

261

ໄລຍະ 1 ປີຜ່ານມາ ມີຄະດີ 2 ພັນກວ່າເລື່ອງ ເຂົ້າມາກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ( ປກສ ນວ ). ໃນນັ້ນ, ເປັນຄະດີ 1 ພັນກວ່າເລື່ອງ ສາມາດແກ້ໄຂດຳເນີນຄະດີຢູ່ຫ້ອງຕໍາຫຼວດໄດ້ທັງໝົດ 800 ກວ່າເລື່ອງ ເທົ່າກັບ 50% ຂອງຈຳນວນຄະດີທັງໝົດ.

ເປັນພຽງພາບປະກອບຂ່າວ

ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນວັນທີ 22 ມັງກອນ 2020 ວ່າ: ໃນປີ 2019 ຜ່ານມາ ມີຄະດີເຂົ້າມາກອງບັນຊາການ ປກສ ນວ ທັງໝົດ 2.228 ເລື່ອງ. ໃນນັ້ນ, ເປັນຄະດີ 1.638 ເລື່ອງ, ເປັນຄຳຮ້ອງຟ້ອງຂອງພົນລະເມືອງໃນຂໍ້ຫາຕ່າງໆ 590 ເລື່ອງ ເຊິ່ງກອງບັນຊາການ ປກສ ນວ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດດຳເນີນຄະດີຈົນສາມາດດຳເນີນຄະດີຢູ່ຫ້ອງຕໍາຫຼວດ ໄດ້ທັງໝົດ 819 ເລື່ອງ ເທົ່າກັບ 50% ຂອງຄະດີທັງໝົດ ແລະ ປະກອບສຳນວນສົ່ງໃຫ້ອົງການໄອຍະການປະຊາຊົນ ນວ 257 ເລື່ອງ, ກຳລັງດຳເນີນການສືບສວນ – ສອບສວນ 320 ເລື່ອງ, ໂຈະການດຳເນີນຄະດີ 30 ເລື່ອງ ແລະ ຊັດມ້ຽນ 212 ເລື່ອງ; ໄດ້ຄົ້ນຄວ້າຄຳຮ້ອງຟ້ອງ ແລະ ກຳລັງດໍາເນີນເກັບກຳຂໍ້ມູນ 317 ເລື່ອງ. ໃນນີ້, ບໍ່ເປີດການສືບສວນ – ສອບສວນຍ້ອນບໍ່ຄົບອົງປະກອບຂອງການກະທຳຜິດທາງອາຍາ 208 ເລື່ອງ ແລະ ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 109 ເລື່ອງ.

ເປັນພຽງພາບປະກອບຂ່າວ

ທ່ານຍັງກ່າວຕື່ມວ່າ: ໃນປີ 2020 ກອງບັນຊາການ ປກສ ນວ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານຕື່ມ ໂດຍສະເພາະ 3 ທາດແທ້ 7 ມູນເຊື້ອ; ສືບຕໍ່ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ; ເອົາໃຈໃສ່ຊີ້ນໍາ – ນໍາພາ ຍົກສູງຄວາມຮັບຜິດຊອບການເມືອງໃນວຽກງານການເມືອງໃນການດຳເນີນຄະດີ, ແກ້ໄຂຄໍາຮ້ອງຟ້ອງຂອງພົນລະເມືອງໃຫ້ມີຄວາມຊື່ສັດໂປ່ງໃສ, ຖືກຕ້ອງ, ວ່ອງໄວ ແລະ ຍຸຕິທຳ ຕີຖອຍຫາງສຽງສັງຄົມ. ລວມທັງກຽມຄວາມພ້ອມໃນວຽກງານປ້ອງກັນຄວາມສະຫງົບໃນງານຕ່າງໆໃນນະຄອນຫຼວງໃຫ້ມີ ຄວາມປອດໄພ 100%.