ສາລະວັນ ໃຫ້ເອກະຊົນລົງທຶນປູກກ້ວຍ ແລະ ໜໍ່ໄມ້

315

ໃນວັນທີ 21 ມັງກອນ 2020 ນີ້ ທີ່ຫ້ອງປະຊຸມພະແນກແຜນການ – ການລົງທຶນແຂວງສາລະວັນ ໄດ້ຈັດພິທີເຊັນສັນຍາເຊົ່າ – ສຳປະທານເນື້ອທີ່ດິນ ລະຫວ່າງ ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ – ການລົງທຶນແຂວງ ກັບ ທ່ານ ນົງສັກ ຈັນທະວົງ ຕາງໜ້າ ກຸ່ມບໍລິສັດ ພອນສັກ ຈຳກັດ ໂດຍການເຂົ້າຮ່ວມຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ເນື້ອທີ່ດິນທີ່ເຊັນສັນຍາເຊົ່າ – ສຳປະທານໃນຄັ້ງນີ້ມີທັງໝົດ 100 ເຮັກຕາ ເພື່ອປູກກ້ວຍ ແລະ ໜໍ່ໄມ້ ຢູ່ບ້ານຫາງພູນ້ອຍ ເມືອງສາລະວັນ ແຂວງສາລະວັນ ມີມູນຄ່າການລົງທຶນທັງໝົດ 10 ຕື້ກີບ ໂດຍແມ່ນທຶນຂອງ ບໍລິສັດ 100% ແລະ ມີໄລຍະການສຳປະທານ 25 ປີຄື: ( ແຕ່ປີ 2020 – 2045 ) ຫຼັງຈາກສິ້ນສຸດສັນຍາແລ້ວທາງບໍລິສັດສາມາດສືບຕໍ່ ຫຼື ຕໍ່ສັນຍາໄດ້ ແຕ່ຕ້ອງສະເໜີລ່ວງໜ້າກ່ອນ 1 ປີ ກ່ອນອະຍຸສັນຍາສຳປະທານຈະໝົດ.

ພາບປະກອບຂ່າວ

ໃນໄລຍະການສຳປະທານນີ້ທາງບໍລິສັດຕ້ອງໄດ້ມອບເງິນຄ່າສຳປະທານດິນ ຈຳນວນ 10 ໂດລາສະຫະລັດຕໍ່ 1 ເຮັກຕາຕໍ່ປີ, ລວມໃນ 100 ເຮັກຕາ ເທົ່າກັບ 1 ພັນໂດລາສະຫະລັດຕໍ່ປີ, ພາຍຫຼັງເຊັນສັນຍາ 180 ວັນ ຖ້າທາງບໍລິສັດບໍ່ລົງມືຈັດຕັ້ງປະຕິບັດໂຄງການ ຫຼື ແກ່ຍາວບໍ່ມີສາເຫດ ເຈົ້າຂອງໂຄງການ ( ຝ່າຍ ກ ) ແມ່ນມີສິດປັບໃໝ ຫຼື ຍົກເລີກສັນຍາ ແລະ ຖອນໃບອະນຸຍາດສຳປະທານ.

ພາບປະກອບຂ່າວ