ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ແລະ ປິດລົງໃນຕອນບ່າຍວັນທີ 23 ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທ່ານອື່ນໆ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ດັ່ງນີ້:
1 ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນ ຕົ້ນ:
-ໃຫ້ກະຊວງການຕ່າງປະເທດເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານລັດຖະບານ ຢ່າງເປັນປົກກະຕິ;
-ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການຕິດຕາມ ສະພາບປະກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການເກີດອຸປະຕິເຫດຕາມທ້ອງຖະໜົນ ແລະ ອັກຄີໄພທີ່ອາດເກີດຂຶ້ນ, ພ້ອມທັງກຳນົດມາດຕະການ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ;
-ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ, ໂດຍສະເພາະແມ່ນ ສິນຄ້າປະເພດສະບຽງອາຫານ ໃຫ້ສາມາດຕອບສະໜອງພຽງພໍກັບຄວາມຮຽກຮ້ອງຕ້ອງການ ພ້ອມທັງ ວາງມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ, ການກຳນົດລາຄາສິນ ຄ້າໃນທ້ອງຕະຫຼາດໃຫ້ມີຄວາມເໝາະສົມ ແລະ ສົມເຫດສົມຜົນ, ເດັດຂາດບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າໂດຍສະເພາະ ໃນຊ່ວງເທດສະການຕ່າງໆ;
-ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມ ທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມການປ່ຽນແປງສະພາບດິນຟ້າອາກາດ ເອົາໃຈໃສ່ຊຸກຍູ້ການສະໜອງນໍ້າເຂົ້າໃນການຜະ ລິດການປູກພືດລະດູແລ້ງ ແລະ ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດສັດ ແລະ ແຈ້ງເຕືອນໃຫ້ປະຊາຊົນ ຮັບຊາບ ຢ່າງເປັນປົກກະຕິ;
-ໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດທາງເດີນຫາຍໃຈ ໄວຣັດສະນິດໃໝ່ ພ້ອມທັງ ແຈ້ງເຕືອນ, ແນະນໍາໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈເຖິງວິທີປ້ອງກັນ.