ຈະສ້າງບຸກຄະລາກອນໃນຂະແໜງສຶກສາ ໃຫ້ເປັນຜູ້ຊ່ຽວຊານດ້ານໄອທີ

127

ປີ 2020 ກະຊວງສຶກສາທິການ ແລະ ກີລາ ຈະສ້າງທັກສະ ແລະ ຄວາມຮູ້ພື້ນຖານດ້ານໄອຊີທີ ໃຫ້ແກ່ຄູສອນ, ຜູ້ບໍລິຫານການສຶກສາ ແລະ ວິຊາການໄອຊີທີ ຂອງຂະແໜງການສຶກສາ ໃຫ້ກາຍເປັນຜູ້ຊ່ຽວຊານທາງດ້ານໄອຊີທີ ທັງສູນກາງ ແລະ ທ້ອງຖິ່ນ.

ພາບປະກອບຂ່າວ

ອີງຕາມບົດລາຍງານຂອງກະຊວງສຶກສາທິການ ແລະ ກີລາ ( ສສກ ) ໃຫ້ຮູ້ວ່າ: ສົກຮຽນ 2018 – 2019 ຜ່ານມາ ກະຊວງສຶກສາທິການ ແລະ ກີລາ ສາມາດສໍາເລັດການຈັດຕັ້ງປະຕິບັດແຜນຂະຫຍາຍລະບົບເຄືອຂ່າຍຂອງຂະແໜງການສຶກສາທິການ ແລະ ກີລາ ປີ 2018 ເພື່ອເຊື່ອມຈອດອາຄານອ້ອມຂ້າງກະຊວງ 9 ຈຸດ, ສູນໄອຊີທີ 18 ແຂວງ, ໂຮງຮຽນມັດທະຍົມອ້ອມຂ້າງ 26 ແຫ່ງ ແລະ ພະແນກ ສສກ 18 ແຫ່ງ; ສະໜອງພື້ນຖານໂຄງລ່າງໄອຊີທີ ໃຫ້ແກ່ການຄຸ້ມຄອງນໍາໃຊ້ລະບົບຖານຂໍ້ມູນສຳລັບການຄຸ້ມຄອງບໍລິຫານການສຶກສາ ແລະ ກີລາ; ສຳເລັດການສ້າງຂີດ ຄວາມສາມາດການສຶກສາທາງໄກສຳລັບ ສປປ ລາວ; ສຳເລັດການຈັດຕັ້ງປະຕິບັດໂຄງການປັບປຸງລະບົບການຮຽນ – ການສອນແບບເອເລັກໂຕຣນິກ.

ພາບປະກອບຂ່າວ

ເຖິງຢ່າງໃດກໍຕາມ, ຍັງເຫັນວ່າການຄຸ້ມຄອງ ແລະ ສົ່ງເສີມການນໍາໃຊ້ສູນໄອຊີທີ ໃນຂອບເຂດທົ່ວປະເທດຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຊິ່ງສະແດງອອກໃນການເຜີຍແຜ່ຂໍ້ມູນ – ຂ່າວສານທີ່ເປັນປະໂຫຍດທາງເວັບໄຊຂອງຂະແໜງການທີ່ພັດທະນາຂຶ້ນຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ, ການນໍາໃຊ້ລະບົບອີເມວຂອງຂະແໜງການຍັງບໍ່ກວ້າງຂວາງ ແລະ ມີປະສິດທິຜົນ, ຈຳນວນຜູ້ຊົມໃຊ້ຕົວຈິງຍັງມີໜ້ອຍ.

ສະນັ້ນ, ໃນປີ 2020 ສສກ ຈະສືບຕໍ່ບໍາລຸງຮັກສາ ແລະ ຂະຫຍາຍພື້ນຖານໂຄງລ່າງໄອຊີທີ ສຳລັບການສຶກສາ ແລະ ກີລາໃຫ້ທົ່ວເຖິງແຕ່ສູນກາງຮອດທ້ອງຖິ່ນ ແລະ ໃນສະຖາບັນທຸກຊັ້ນທຸກສາຍເທື່ອລະກ້າວ, ພ້ອມທັງຕິດຕາມ ແລະ ປະເມີນຜົນລະບົບການຮຽນ – ການສອນ ແລະ ການຄຸ້ມຄອງບໍລິຫານໂຮງຮຽນແບບເອເລັກໂຕຣນິກ ທີ່ພັດທະນາພາຍໃຕ້ໂຄງການປັບປຸງລະບົບການຮຽນ – ການສອນແບບເອເລັກໂຕຣນິກ.