ຫາລືແຜນພັດທະນາຂະແໜງກາເຟຍູ້ການສົ່ງອອກ

334

ພາກລັດ, ພາກທຸລະກິດ ແລະ ສະຫະກອນຜູ້ປູກກາເຟ ໄດ້ພ້ອມກັນປຶກສາຫາລືວາງແນວທາງການພັດທະນາຂະແໜງກາເຟລາວ ເພື່ອຊ່ວຍໃຫ້ການສົ່ງອອກເພີ່ມຂຶ້ນ.

ພາບປະກອບຂ່າວ

ໃນວັນທີ 22 ມັງກອນ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມຫາລືວາງແຜນແນວທາງພັດທະນາຂະແໜງກາເຟລາວ ຄັ້ງທີ 1 ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄບຣອັນ ຟໍນາລີ ( Bryan Fornari ) ຫົວໜ້າຝ່າຍການຮ່ວມມື, ຜູ້ຕາງໜ້າຫ້ອງການສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ມີບັນດາຜູ້ປະກອບການສະມາຄົມກາເຟ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວ

ທ່ານ ໄຊສົມເພັດ ນໍຣະສິງຫ໌ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ແມ່ນຈະເນັ້ນການສຶກສາ ແລະ ແລກປ່ຽນບົດຮຽນກັບຜູ້ປະກອບການ, ຄູ່ຮ່ວມພັດທະນາຈາກອົງກອນຕ່າງປະເທດ, ຊາວກະສິກອນຜູ້ປູກ, ຜູ້ສົ່ງອອກ ແລະ ຜູ້ເຂົ້າຮ່ວມທີ່ເຮັດທຸລະກິດກ່ຽວກັບກາເຟ ເຊິ່ງເປັນໂຄງການໃໝ່ທີ່ລິເລີ່ມໃນເດືອນຕຸລາ 2019 ຜ່ານມາ ແລະ ໄດ້ຮັບການສະໜັບສະໜູນໂຄງການຂອງ ໄອທີຊີ ( International Trade Center ) ສະຫະພາບເອີຣົບ, ໂຄງການດັ່ງກ່າວຈະໄດ້ຊ່ວຍພັດທະນາການສ້າງແຜນສົ່ງອອກກາເຟ ແລະ ຂະແໜງການອື່ນໆ.

ພາບປະກອບຂ່າວ

ທ່ານ ໄບຣອັນ ຟໍນາລີ ກ່າວວ່າ: ໂຄງການດັ່ງກ່າວເກີດຂຶ້ນພາຍໃຕ້ໂຄງການການເຊື່ອມໂຍງ ເພື່ອຊ່ວຍໃນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ເຊິ່ງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ກໍເພື່ອຢາກເຮັດໃຫ້ສິນຄ້າ ຫຼື ວ່າການສົ່ງອອກກາເຟຂອງ ສປປ ລາວ ເພີ່ມຂຶ້ນ ແລະ ການເພີ່ມຂຶ້ນນີ້ບໍ່ແມ່ນເພີ່ມແຕ່ຈຳນວນໃຫ້ລວມທັງຄຸນນະພາບພ້ອມ. ສະນັ້ນ, ທາງໂຄງການຈຶ່ງໄດ້ເຊີນເອົາຫຼາຍພາກສ່ວນມາຫາລືກັນທັງພາກລັດ, ພາກທຸລະກິດກາເຟ ແລະ ຊາວສວນ ມາເຂົ້າໃຈກ່ຽວກັບແນວຄວາມຄິດວ່າຈະສ້າງແຜນ, ສ້າງຍຸດທະສາດແນວໃດ ເພື່ອຊຸກຍູ້ໃຫ້ທາງດ້ານການເຟຂອງລາວນີ້ສົ່ງອອກໄດ້ ຫຼື ສົ່ງອອກເພີ່ມຂຶ້ນ ບໍ່ສະເພາະແຕ່ຕະຫຼາດພາກພື້ນລວມທັງໃນທົ່ວໂລກ.

ພາບປະກອບຂ່າວ

ທ່ານ ບຸນທົງ ເທບເກສອນ ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໜຶ່ງໃນສຳມະນາກອນ ໃຫ້ຮູ້ວ່າ: ການສຳມະນານີ້ຖືເປັນເລື່ອງທີ່ດີ ເພາະວ່າໄດ້ມີຫຼາຍພາກສ່ວນຮ່ວມປຶກສາຫາລືນຳກັນ, ທີ່ຜ່ານມາພວກເຮົາກໍບໍ່ເຄີຍປະຊຸມກັນເລື່ອງແຜນການພັດທະນາກາເຟໃຫ້ມີຄຸນນະພາບ ເຊິ່ງການຫາລືໃນວັນນີ້ບັນດາຊ່ຽວຊານໄດ້ແນະນຳບັນດາເຕັກນິກດ້ານການຜະລິດກາເຟໃຫ້ມີຄຸນນະພາບ ເພາະຜ່ານມາການຜະລິດກາເຟຍັງບໍ່ທັນມີຄຸນນະພາບ, ເມື່ອມີຄຸນນະພາບເຮົາຈຶ່ງບໍ່ອີງໃສ່ຕະຫຼາດໂລກເປັນຫຼັກ ແລະ ຄາດວ່າຈະເປັນທ່າອ່ຽງທີ່ດີທີ່ຈະຊ່ວຍເຮັດໃຫ້ກາເຟລາວມີການພັດທະນາທີດີຂຶ້ນ.