ຮ່ວມເຊຍໜຸ່ມ ອ້າຍ ຕົວແທນຈາກລາວກຽມເຂົ້າປະກວດໂຄງການ ເທບພະບຸດນາຄາ 2020

145

ຮ່ວມຊົມຮ່ວມເຊຍ ຊາຍໜຸ່ມລາວ ອ້າຍ ຕົວແທນໄວໜຸ່ມລາວກຽມເຂົ້າປະກວດໃນໂຄງການ ໃນເວທີປະກວດ ເທບພະບຸດນາຄາ 2020 ທີ່ຈະຈັດຂຶ້ນໃນວັນທີ 25-26 ມັງກອນ 2020 ທີ່ ອຸດອນ ປະເທດໄທ. ໂດຍທາງບໍລິສັດ SISANE ARTIST ໄດ້ສົ່ງໜຸ່ມລາວເປັນຕົວແທນເຂົ້າຮ່ວມປະກວດທັງໝົດ 5 ຄົນ ເຊິ່ງໜຶ່ງໃນນັ້ນກໍໄດ້ມີ ໜຸ່ມ ສົມສຸກສະດີ ວົງພັນສີ ຫຼື ອ້າຍ.

ໜຸ່ມ ສົມສຸກສະດີ ວົງພັນສີ ໃຫ້ສໍາພາດວ່າ: ຕົນເອງໄດ້ເຂົ້າຮ່ວມໃນໂຄງການ Mister International Laos 2019 ພາຍໃຕ້ການຊີ້ນຳຈາກ ສູນກາງຊາວຫນຸ່ມ ປະຊາຊົນ ປະຕິດວັດລາວ ແລະ ໄດ້ຕຳແໜ່ງ Top10 ໃນເວທີດັ່ງກ່າວ.

ໂດຍມີຜົນງານຖ່າຍແບບ, ຖ່າຍໂຄສະນາ ແລະ ອື່ນໆ ຍ້ອນບໍ່ຢາກຢຸດພັດທະນາຕົນເອງຢູ່ເທົ່ານີ້ກໍໄດ້ເຂົ້າຮ່ວມໃນເວທີ ເທບພະບຸດນາຄາ ທີ່ປະເທດໄທ ໂດຍທາງຜູ້ໃຫຍ່ໄດ້ເລືອກເຟັ້ນເອົາຜູ້ທີ່ມີຄວາມໂດດເດັ່ນ ແລະ ເໝາະສົມເຂົ້າຮ່ວມປະກວດທັງໝົດ 5 ຄົນ.

ເຊິ່ງທາງ ບໍລິສັດ SISANE ARTIST ໄດ້ເປັນຕົວແທນສົ່ງຊາຍແບບເຂົ້າໄປປະກວດໃນເວທີນີ້ ແລະ ໄດ້ເລືອກເອົາຜູ້ທີ່ມີຄວາມພ້ອມ ແລະ ກ້າສະແດງອອກເທິງເວທີເພື່ອເຂົ້າຮ່ວມປະກວດໃນຄັ້ງນີ້. ໃນການກຽມພ້ອມຕົນເອງກໍຕ້ອງກຽມທາງດ້ານຮ່າງກາຍ ແລະ ຈິດໃຈໃຫ້ສົມບູນທີ່ສຸດ ໂດຍສະເພາະສິ່ງດີໆຈາກບ້ານເຮົາທີ່ຈະນໍາໄປເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້.

ສຳລັບຊຸດທີ່ຕົນເອງນໍາໄປສະແດງແມ່ນໄດ້ເອົາຈຸດເດັ່ນຄືຄວາມເປັນເອກະລັກຂອງພະຍານາກມາປະຍຸກໃນຊຸດ ແລະ ເພື່ອໃຫ້ທັນສະໄໝຕາມຍຸກສະໄໝໃໝ່ໃຫ້ມີຄວາມໂດດເດັ່ນຫຼາຍຂຶ້ນ.

ໜຸ່ມອ້າຍມີຄວາມຄາດຫວັງການເຂົ້າປະກວດໃນງານນີ້ຢ່າງໜ້ອຍຈະຊ່ວຍພັດທະນາຕົນເອງຫຼາຍຂຶ້ນໃນການສະແດງອອກ, ການຢູ່ກັບສັງຄົມທີ່ຫຼາກຫຼາຍ ແລະປະສົບການທີ່ຫາໄດ້ຍາກ, ໄດ້ພົບປະໝູ່ຄູ່ໃນວົງການຈາກຕ່າງບ້ານ ແລະ ເກັບກ່ຽວປະສົບການເພື່ອພັດທະນາຕົນເອງໃຫ້ດີຂຶ້ນໃນທຸກໆເວທີ.

ຢ່າລືມສົ່ງກຳລັງໃຈໃຫ້ໜຸ່ມອ້າຍ ເປັນແຮງໃນໃຫ້ໜຸ່ມໆທັງ 5 ຄົນທີ່ເປັນຕົວແທນເຂົ້າປະກວດໃນເວທີ ເທບພະບຸດ ນາຄາໃນວັນທີ 25-26 ມັງກອນ 2020 ທີ່ ອຸດອນ ປະເທດໄທ ຫຼື ສາມາດຕິດຕາມໄດ້ທາງເພສ Mister International Laos ແລະ ເທບພະບຸດນາຄາ ໄທແລນ ຮ່ວມໂຫວດໄດ້.

ຂ່າວ: ນຸ້ມນິ້ມ.

ຮູບ: ອ້າຍ.