ແຈ້ງດ່ວນ! ກຽມຕ້ານການແຜ່ລະບາດຂອງໄວຣັສສາຍພັນໃໝ່ ຢູ່ທຸກສະໜາມບິນໃນລາວ

322

ດັ່ງທີ່ຫຼາຍໆທ່ານຮູ້ແລ້ວວ່າ ປັດຈຸບັນນີ້ ສປ ຈີນ ເປັນປະເທດທີ່ມີການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Novel Corona Vilus COV ) ເຊິ່ງມີຈຸດເລີ່ມຕົ້ນຢູ່ ເມືອງ ອູຮ່ານ ແຂວງ ຫູເປີ່ຍ ເຊິ່ງຊ່ຽວຊານຈາກ CDC ຈີນໄດ້ຢັ້ງຢືນວ່າ ເຊື້ອທີ່ເປັນສາເຫດຂອງພະຍາດດັ່ງກ່າວ ຈັດຢູ່ໃນຄອບຄົວຈຸລະໂຣກ Corona Vilus ເຊິ່ງອາການຂອງພະຍາດນີ້ ລວມມີໄຂ້, ໄອ, ເຈັບຄໍ ແລະ ຫານໃຈຍາກ ເຊິ່ງພະຍາດດັ່ງກ່າວສາມາດຕິດຕໍ່ໂດຍກົງຈາກຄົນຫາຄົນ ດ້ວຍການສຳຜັດ, ໄອ, ຈາມ ຈາກຄົນ ແລະ ສັດທີ່ຕິດເຊື້ອ. ຖ້າຫາກຄົນເຈັບບໍ່ໄປພົບແພດແຕ່ຫົວທີ ອາການອາດຈະຮຸນແຮງເຮັດໃຫ້ຄົນເຈັບເສຍຊີວິດໄດ້.

ສະນັ້ນ, ເພື່ອເປັນການສະກັດກັ້ນ ບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜ່ລາມເຂົ້າສູ່ ສປປ ລາວ, ເຈົ້າໜ້າທີ່ກະຊວງສາທາລະນະສຸກ ກໍ່ໄດ້ມີການອອກແຈ້ງການເຕືອນ ປະຊາຊົນເຝົ້າລະວັງຢ່າງໃກ້ຊິດ ເຊັ່ນດຽວກັນກັບ ກອງສະໜາມບິນລາວ, ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການດ່ວນ ສະບັບເລກທີ 0211/ກສລ ລົງວັນທີ 23 ມັງກອນ 2019 ເຖິງສະໜາມບິນສາກົນວັດໄຕ; ສະໜາມບິນຫຼວງພະບາງ; ສະໜາມບິນສາກົນສະຫວັນນະເຂດ; ສະໜາມບິນສາກົນປາກເຊ ແລະ ບໍລິສັດ ລາວ-ຢີ່ປຸ່ນ ບໍລິການອາຄານສະໜາມບິນ ຈຳກັດ ເລື່ອງ ການຄວບຄຸມພະຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ ( Novel Corona Vilus COV ) ຢູ່ດ່ານສະໜາມບິນສາກົນ ສປປ ລາວ.

ໂດຍອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 6313/ຍທຂ. ລົງວັນທີ 26 ມີນາ 2018 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກອງສະໜາມບິນລາວ; ອີງຕາມແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 30/ຫກ, ລົງວັນທີ 20 ມັງກອນ 2020 ກ່ຽວ ກັບການຄວບຄຸມ ພະຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ ( Novel Corona Vilus CoV ) ແລະ ອີງຕາມ ການເຫັນດີເປັນເອະພາບ ຂອງຄະນະກອງ.

ດັ່ງນັ້ນ, ກອງສະໜາມບິນລາວ ຂໍແຈ້ງມາຍັງບັນດາທ່ານ ຊາບໃນການຄວບຄຸມພະຍາດເຊື້ອຈຸລະໂຣກສາຍພັນໃໝ່ເຫັນດີໃຫ້ ປະຕິບັດດັ່ງນີ້: ໃຫ້ບັນດາທ່ານ ຫົວຫນ້າສະໜາມບິນສາກົນ ຮ່ວມມືກັບກະຊວງສາທາລະນະສຸກ ຕິດຕັ້ງອຸປະກອນກວດກາ ພະຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ ຢູ່ປະຕູທາງເຂົ້າ ( ດ້ານໜ້າຕໍາຫຼວດກວດຄົນເຂົ້າອອກເມືອງ ), ເພື່ອກວດກາພະຍາດດັ່ງກ່າວຢ່າງເຂັ້ມງວດ.

ຖ້າຄະນະການແພດກວດກາພົບເຫັນເຊື້ອໄວຣັດ ກັບຜູ້ໂດຍສານຂາເຂົ້າ ໃຫ້ແຈ້ງ ຕມ ປະຈໍາສະໜາມບິນດ່ວນ ເພື່ອປະຕິບັດຕາມລະບຽບການ ອາດຈະສົ່ງກັບຄືນປະເທດ ພ້ອມກັບສາຍການບິນດັ່ງກ່າວເລີຍ; ໃຫ້ ແຕ່ລະສະຫນາມບິນສາກົນ ແລະ ບໍລິສັດ ລາວ-ຍີ່ປຸ່ນ ຈັດຊື້ແພອັດປາກ ໃຫ້ພະນັກງານທີ່ປະຕິບັດໜ້າທີ່ ບໍລິການຜູ້ໂດຍສານ ຢູ່ສະໜາມບິນສາກົນໂດຍດ່ວນ ແລະ ທົ່ວເຖິງ, ໃຫ້ຈັດວາງອ່າງລ້າງມື (ໂດຍໃຊ້ນໍາຢາລ້າງມື ແລະ ເຈັ້ຍເຊັດມື ) ໃຫ້ໂດຍສານຂາເຂົ້າ ແລະ ຈຸດໃດໜຶ່ງ ສໍາລັບພະນັກງານຂອງຕົນເພື່ອທໍາຄວາມສະອາດ ແລະ ໃຫ້ລາຍງານສະພາບທີ່ເກີດຂຶ້ນ ໃຫ້ກອງສະໜາມບິນລາວ ຊາບໂດຍດ່ວນທີ່ສຸດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ.