2019 ສານນະຄອນຫຼວງ ສໍາເລັດການຕັດສິນຄະດີກວ່າ 2.000 ເລື່ອງ

386

ຕະຫຼອດ 1 ປີ ຜ່ານມາ, ສານປະຊາຊົນນະຄອນຫຼວງ ແລະ ສານປະຊາຊົນທັງ 4 ເຂດ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ພ້ອມທັງປະສານສົມທົບກັບບັນດາ ກັບອົງການໄອຍະການ, ພະແນກຍຸຕິທຳ ແລະ ມີການປຶກສາຫາລືກັນຢ່າງຕໍ່ເນື່ອງ ຈົນສາມາດຕັດສິນຄະດີໄດ້ທັງໝົດ 2.762 ເລື່ອງ ເທົ່າກັບ72,3% ຈາກຄະດີທັງໝົດ 3.818 ເລື່ອງ.

ທ່ານ ຈິດຕະວັນ ວົງໄຊ ຮອງປະທານສານປະຊາຊົນ ນະຄອນຫຼວງ (ນວ) ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປີ 2020 ຂອງສານປະຊາຊົນນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ1 ວ່າ: ໃນໄລຍະ 1 ປີ ຜ່ານມາ ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນທັງ 4 ເຂດ ໄດ້ເອົາໃຈໃສ່ຕໍ່ການປະຕິບັດພາລະບົດບາດໜ້າທີ່ວຽກງານວິຊາສະເພາະ ກໍ່ຄືວຽກງານໄກ່ເກ່ຍ ແລະ ພິຈາລະນາຕັດສິນຄະດີ ໃຫ້ຮັບປະກັນທາງດ້ານຄຸນນະພາບ ໃຫ້ມີຄວາມວ່ອງໄວ, ຮອບຄອບ, ຄົບຖ້ວນ, ພາວະວິໄສ, ຈະແຈ້ງ-ຊັດເຈນ ແລະ ມີປະສິດທິພາບດີຂຶ້ນເທື່ອລະກ້າວ.

ໝົດປີ 2019 ສາມາດຕັດສິນຄະດີໄດ້ 2.762 ເລື່ອງ ຈາກຄະດີທັງໝົດ 3.818 ເລື່ອງ. ພວມດໍາເນີນການ 1.056 ເລື່ອງ ເມື່ອທຽບໃສ່ແຜນການປີ ປະຕິບັດໄດ້ 72,3%.

ທ່ານກ່າວຕື່ມວ່າ: ໃນ 1 ປີມານີ້ພວກເຮົາໄດ້ມີການປະສານງານກັບອົງການໄອຍະການ, ເຈົ້າໜ້າທີ່, ພະແນກຍຸຕິທຳ ໂດຍມີການປຶກສາຫາລື ແລະ ໄດ້ຈັດກອງປະຊຸມຮ່ວມກັນເປັນປະຈຳ ໂດຍສະເພາະຄະດີກ່ຽວກັບຢາເສບຕິດ, ຄະດີສໍ້ລາດບັງຫຼວງ. ນອກນັ້ນ, ເພື່ອເຮັດໃຫ້ການພິຈາລະນາ ແລະ ຕັດສິນຄະດີມີຄວາມວ່ອງໄວຂຶ້ນ, ຄະນະສານອາຍາໄດ້ຈັດຕັ້ງສານປະຊາຊົນເຄື່ອນທີ່ ໄປຕັດສິນຢູ່ຄ້າຍຄຸມຂັງໃນເມືອງ ແລະ ນະຄອນຫຼວງ 07 ຄັ້ງ ຈຳນວນ 121 ເລື່ອງ.