ວິທີແກ້ປວດເມື່ອຍຕົນໂຕ ແລະ ກ້າມຊີ້ນສຳລັບຄົນເຮັດວຽກຫ້ອງການ

103

ມີທ່ານໃດເຄີຍເປັນບໍ່ ເວລາມານັ່ງຢູ່ໂຕະເຮັດວຽກເຮັດໃຫ້ເຮົາຮູ້ສຶກເມື່ອຍລ້າ ປວດຕົນປວດໂຕທັງໆທີ່ີນັ່ງຢູ່ກັບທີ່ ຮູ້ຫຼື ບໍ່ວ່າການນັ່ງຢູ່ກັບທີ່ນັ້ນແລະ ອາດຈະເແັນສາເຫດສຳຄັນເຮັດໃຫ້ເຮົາປວດເມື່ອຍໝົດພະລັງງານງ່າຍ ມື້ນີ້, ພວກເຮົາຈຶ່ງນຳເອົາວິທີແກ້ປວດເມື່ອຍຕົນໂຕ ແລະ ກ້າມຊີ້ນ ມາຝາກ ທຸກທ່ານ.

ອາການປວດເມື່ອນີ້ເກີດຈາກການນັ່ງເຮັດວຽກຢູ່ໜ້າຄອມພິວເຕີດົນເກີນໄປ ຫຼື ນັ່ງເຮັດວຽກຢູ່ໃນທ່າທີ່ຜິດປົກກະຕິໂດຍບໍ່ໄດ້ປ່ຽນປະຕິກິລິຍາ ໃຫ້ເກີດການບາດເຈັບທີ່ກ້າມຊີ້ນ ເອັນຍືດກະດູກ, ອັນຍືດກ້າມຊີ້ນ ແລະ ເສັ້ນປະສາດ ບໍລິເວນຂໍ້ມື, ແຂນ ຫຼື ບ່າໄຫຼ່ ເຊິ່ງທາງການແພດ ຈະເອີ້ນອາການບາດເຈັບນີ້ວ່າ “ການບາດເຈັບຈາກການໃຊ້ວຽກຊ້ຳໆ”

ໂດຍທົ່ວໄປອາການນີ້ຈະເລີ່ມຈາກການປວກເມື່ອຍຕາມກ້າມຊີ້ນຂະນະທີ່ນັ່ງເຮັດວຍກ ຫຼັງຈາກນັ້ນຈະມີອາການປວດ ໃນເວລາວາງມື ຫຼື ແຂນ ຢູ່ລ້າໆກໍ່ຮູ້ສຶກອອນແຮງ ບໍລິເວນຂໍ້ມື ແຂນ ຫຼື ບ່າໄຫຼ່ ບໍ່ມີແຮງກຳມື ຖ້າເຄື່ອນໄຫວຫຼາຍຂຶ້ນ ອາການເຫຼົ່ານັ້ນກໍຈະຮຸ່ນແຮງຂຶ້ນ ເຮັດໃຫ້ເຄື່ອນໄຫວໄດ້ຈຳກັດ ຫຼັງມື ຫຼື ຂໍ້ມືບວມ ຊ້ຳ ມື່ນຊາ ຫຼື ມີອາການເຈັບແປັບໆບໍລິເວນຂໍ້ສອກ, ຂໍ້ມື ຫຼື ນີ້ວມື ອາການນີ້ ຖ້າປ່ອຍໄວ້ດົນອາດເຖິງຂັ້ນເສັ້ນເອັນອັກເສບ ແລະ ສົ່ງຜົນກະທົບກັບການເຮັດວຽກໃນໄລຍະຍາວໄດ້ ຢ່າງໃດກໍດີ ເຮົາສາມາດປ້ອງການອາການເຫຼົ່ານນີ້ໄດ້ບໍ່ຢາກ ດັ່ງນີ້:

ການປັບປ່ຽນທ່ານັ່ງເຮັດວຽກໃຫ້ເໝາະສົມ ນອກຈາກຈະມີຜົນໃຫ້ນັ່ງເຮັດວຽກໄດ້ຢ່າງສະບາຍໃຈແລ້ວຍັງຊ່ວຍຫຼຸດບັນຫາສຸຂະພາບທີ່ຕາມມາໄດ້ອີກດ້ວຍ.

1 ປັບລະດັບຄວາມສູງຂອງໂຕະເຮັດວຽກ ແລະ ຕັ່ງໃຫ້ພໍດີກັບລະດັບສາຍຕາ ໃຊ້ຕັ່ງທີ່ມີບ່ອນວາງແຂນເພື່ອປະຄອງຂໍ້ສອກ ແລະ ສາມາດປັບນັ່ງເຮັດວຽກໄດ້ ໂດຍງໍຫົວເຂົ່າໃຫ້ເປັນມູນ 90 ອົງສາກັບພື້ນ ປາຍແຂນຂະໜານກັບພື້ນ ບໍລິເວນແອວຄວນມີສິ່ງຮອງຮັບ.

2 ຖ້າຕ້ອງການເຮັດວຽກກັບຄອມພິວເຕີເປັນເວລາດົນໆ ທຸກ 1 ຊົ່ວໂມງ ຄວນຫາໂອກາດພັກປະມານ 5 ນາທີ.

3 ໃຊ້ເມົ້າໃຫ້ນ້ອຍທີ່ສຸດ ພະຍາຍາມໃຊ້ແປ້ນພິມແທນ ແລະ ພັກຂໍ້ມືທຸກ 20 ນາທີ.

4 ຫາບ່ອນຕັ້ງເອກະສານໃຫ້ຢູ່ໃນລະດັບສາຍຕາ ເຮົາຈຶ່ງບໍ່ໄດ້ກົ້ມຫຼາຍເກີນໄປ.

ທັງໝົດນີ້ຄືວິທີປ້ອງກັນໃຫ້ຫ່າງໄກຈາກການບາດເຈັບດັ່ງກ່າວ ແຕ່ສຳລັບຄົນທີ່ກຳລັງມີອາການຢູ່ກ່ອນອື່ນຂໍແນະນຳໃຫ້ຢຸດເຮັດວຽກກັບຄອມພິວເຕີກ່ອນເລັກນ້ອຍ ເພື່ອຫຼຸດຄວາມຮຸ່ນແຮງຂອງອາການເສຍກ່ອນ ແລ້ວໃຫ້ທຸກຄົນທີ່ມີອາກາດຂ້າງເທິງລອງປະຕິບັດຕາມວິທີທີ່ພວກເຮົານຳມາຝາກຮັບຮອງວ່າໄດ້ຜົນແນ່ນອນ.