ຊົມເຊີຍ! ວິທະຍາໄລຄູສາລະວັນ ປະກາດເປັນວິທະຍາໄລປອດສານເສບຕິດ

157

ໃນວັນທີ 22 ມັງກອນ 2020 ວິທະຍາໄລຄູສາລະວັນ ຈັດພິທີປະກາດ ແລະ ເປີດປ້າຍວິທະຍາໄລຄູ ສາລະວັນ ປອດສານເສບຕິດ ປະຈຳສົກຮຽນ 2018-20219 ຂຶ້ນທີ່່ ສະໂມສອນ ວິທະຍາໄລຄູສາລະວັນ, ໂດຍການເປັນປະທານຂອງ ທ່ານ ຄຳອອນ ພອນປະເສີດ ຮອງພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກຄະນະອຳນວຍການ, ແຂກຖືກເຊີນ, ຕະຫຼອດຮອດພະນັກງງານຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ນາງ ພູວຽງ ອິນທະສອນ ຮອງຜູ້ອຳນວຍການກໍ່ໄດ້ຂື້ນຜ່ານແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຮັບຮອງວິທະຍາໄລຄູສາລະວັນ ປອດສານເສບຕິດ ແລະ ຮັບໃບຢັ້ງຢືນຈາກກົມພະລະ ແລະ ສິລະປະສຶກສາ ໂດຍໃຫ້ກຽດມອບໂດຍ ທ່ານ ຄຳອອນ ພອນປະເສີດ. ຈາກນັ້ນ ທ່ານ ຄຳອອນ ພອນປະເສີດ ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ມີຄຳເຫັນຕໍ່ທີ່ປະຊຸມໂດຍທ່ານໄດ້ຍົກໃຫ້ເຫັນຜົນຮ້າຍຂອງສິ່ງເສບຕິດ ແລະ ຜົນຂອງການທໍາລາຍອະນາຄົດຂອງຜູ້ຂາຍ ແລະ ຜູ້ເສບ.

ຂ່າວ: ສະແຫວງ ຄຳພິໄລພາບ: ສິດໄຊ ສຸພິລາດ