ອູຮ່ານ ເມືອງຕົ້ນຕໍໄວຣັສສາຍພັນໃໝ່ ແຈ້ງປິດທຸກການສັນຈອນລະງັບການແຜ່ເຊື້ອ

129

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 21 ມັງກອນວ່າ ຫົວໜ້າຄະນະເຮັດວຽກກ່ຽວກັບການແຜ່ລະບາດຂອງພະຍາດປອດອັກເສບ ຫຼື ພະຍາດໂຄໂຣນາຊະນິດໃໝ່ ໂດຍຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ໄດ້ຖະແຫຼງເມື່ອວັນອັງຄານວ່າ ຈຳນວນຜູ້ເສຍຊີວິດຈາກພະຍາດຊະນິດດັ່ງກ່າວ ເພີ່ມຂຶ້ນ 6 ຄົນ ແລະ ຈໍານວນຜູ້ປ່ວຍສະສົມຢ່າງໜ້ອຍ 291 ຄົນ ສ່ວນຫຼາຍອາໄສຢູ່ມົນທົນຫູເປີ່ຍ ທາງພາກກາງຂອງປະເທດ ເຊິ່ງມີເມືອງອູ່ຮ່ານເປັນເມືອງເອກ ແລະ ເປັນເມືອງທຳອິດຂອງການແຜ່ລະບາດຂອງພະຍາດ ຕັ້ງແຕ່ເດືອນທັນວາປີຜ່ານມາ.

ພາບປະກອບຂ່າວ

ປັດຈຸບັນ, ເມືອງໃຫຍ່ເກືອບທຸກເມືອງໃນຈີນ ລວມທັງນະຄອນຫຼວງປັກກິ່ງ, ຊຽງໄຮ ແລະ ເຊີນເຈີ້ນ ມີລາຍງານຜູ້ຕິດເຊື້ອແລ້ວ. ນອກຈາກນີ້, ຍັງມີການແຜ່ລະບາດອອກໄປອີກຢ່າງໜ້ອຍ 4 ປະເທດຄື ໄທ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຫຼ້າສຸດປະເທດອາເມຣິກາ ຫຼື ມີການເດີນທາງໂດຍກົງຈາກເມືອງອູ່ຮັນໄປປະເທດເຫຼົ່ານີ້. ສ່ວນປະເທດລາວ ຍັງບໍ່ທັນມີການລາຍງານກ່ຽວກັບການຕິດເຊື້ອພະຍາດນີ້.

ພາບປະກອບຂ່າວ

ຫຼ້າສຸດ, ມື້ນີ້ CRI ສະຖານີວິທະຍຸກະຈາຍສຽງສາກົນແຫ່ງປະເທດຈີນ ປະຈໍາລາວ ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ເວລາ 10 ໂມງເຊົ້າມື້ນີ້ (ວັນທີ 23 ມັງກອນ 2020) ເມືອງອູຮັນໄດ້ຢຸດຕິການຄົມມະນາຄົມສາທາລະນະທົ່ວເມືອງ ປິດຊ່ອງທາງເຂົ້າອອກເມືອງລວມທັງສະໜາມບິນ ແລະ ສະຖານີລົດໄຟ.

ພາບປະກອບຂ່າວ

ທັງນີ້, ນັບແຕ່ ເວລາ 10 ໂມງ ຂອງວັນທີ 23 ມັງກອນ 2020 ເປັນຕົ້ນໄປ, ທົ່ວເມືອງຈະຢຸດຕິການບໍລິການແລ່ນລົດເມ, ລົດໄຟໃຕ້ດິນ, ເຮືອໂດຍສານ ແລະ ລົດເມໂດຍສານເປັນການຊົ່ວຄາວ ແລະ ຫ້າມ ປະຊາຊົນເມືອງອຸຮັນອອກຈາກເມືອງເດັດຂາດ ຖ້າບໍ່ມີກໍລະນີຈຳເປັນສຸກເສີນພິເສດ. ພ້ອມນີ້ ຈະປິດຊ່ອງທາງການສັນຈອນເປັນການຊົ່ວຄາວເຊັ່ນ: ສະໜາມບິນ ແລະ ສະຖານີລົດໄຟ. ດັ່ງນັ້ນ, ຂໍໃຫ້ບັນດາຊາວເມືອງ ແລະ ນັກທ່ອງທ່ຽວຈົ່ງເຂົ້າໃຈ ແລະ ໃຫ້ການຮ່ວມມືຕາມແຈ້ງການດ້ວຍ. ຫາກສະພາບການກັບຄືນສູ່ ຈະແຈ້ງຄືນຕາມພາຍຫຼັງ.

ພາບປະກອບຂ່າວ

ທັງນີ້, ອີງຕາມການລົງສຳຫຼວດຕົວຈິງ ຢູ່ໂຮງໝໍເມືອງອູຮ່ານ ບ່ອນທີ່ຮັບປິ່ນປົວຄົນເຈັບທີ່ເປັນພະຍາດດັ່ງກ່າວແລ້ວເຫັນວ່າ, ການປະກາດເມືອງອູຮ້ານເປັນເຂດເກີດພະຍາດຮ້າຍແຮງ ແລະ ພ້ອມກັນປະຕິບັດມາດຕະການຈຳກັດຂອບເຂດ ແມ່ນວິທີທີ່ດີທີ່ສຸດສຳລັບການສະກັດກັ້ນ ບໍ່ໃຫ້ເຊື້ອພະຍາດທີ່ເກີດຂຶ້ນຢູ່ເມືອງອູຮ່ານເທື່ອນີ້ ແຜ່ລະບາດອອກໄປເຂດອື່ນຢ່າງເດັດຂາດ.