ຫຍ້າຫວານໂຕຊ່ວຍທີ່ດີສຳລັບສັດລ້ຽງ

314

ເວົ້າເລື່ອງກະສິກຳ ການປູກຝັງ ແລະລ້ຽງສັດຕ້ອງເປັນຂອງຄູ່ກັນ ຄົນທີ່ຈະເອົາດີດ້ານນີ້ຕ້ອງສຶກສາໃຫ້ດີໃນສິ່ງທີ່ປິ່ນອ້ອມເຮັດແນວໃດໃຫ້ຜົນອອກມາໄດ້ປະສິດທິຜົນຫຼາຍສຸດ ມື້ນີ້ແອັດມິນເອົາຫຍ້າຫວານອາຫານສັດມາຝາກ, ການລ້ຽງສັດໃຫ້ເປັນສິນຄ້າຕ້ອງນຳໃຊ້ເຕັກນິກຊ່ວຍ ເພາະຜ່ານມາແມ່ນຈະປ່ອຍໃຫ້ສັດຫາກິນຫຍ້າຕາມທົ່ງໄຮ່ທົ່ງນາທົ່ວໄປ ຈຶ່ງເຮັດໃຫ້ສັດລ້ຽງບາງໂຕນັ້ນບໍ່ໃຫຍ່ເພາະໄດ້ຮັບສານອາຫານບໍ່ພຽງພໍ.

ມັນຈະດີ ຫຼື ບໍ່ ຖ້າມື້ນີ້ແອັດມິນຈະມາແນະນຳວິທີການປູກຫຍ້າຫວານສຳລັບສັດລ້ຽງໃຫ້ແຟນເພຈໄດ້ນຳໄປໃຊ້ໃນການລ້ຽງສັດເພື່ອເປັນໂຕຊ່ວຍອີກທາງໃຫ້ສັດລ້ຽງຂອງທ່ານນັ້ນໄດ້ສານອາຫານທີ່ດີເພື່ອການຈະເລີນພັນແຖມຍັງເຮັດໃຫ້ເພີ່ມມູນຄ່າສັດລ້ຽງຂອງທ່ານອີກດ້ວຍ.

ເຊິ່ງຫຍ້າຫວານທີ່ເວົ້າໃນທີ່ນີ້ບໍ່ແມ່ນຫຍ້າຫວານທີ່ຄົນເຮົານຳໄປເຮັດແທນນ້ຳຕານແຕ່ເປັນຫຍ້າຫວານທີ່ເອົາໄວ້ໃຫ້ສັດລ້ຽງກິນນັ້ນເອງ.

ຫຍ້າຫວານແມ່ນມີຫຼາກຫຼາຍຊະນິດ ເຊິ່ງໃນນັ້ນ ຫຍ້າຫວານອິດສະລາເອລ ຫຼື ເນເປຍອິດສະລາເອລເປັນຫຍ້າຫວານທີ່ມີໂປຣຕີນຫຼາຍເຖິງ 20% ເມື່ອທຽບກັບຫຍ້າເນເປຍທີ່ມີໂປຣຕີນພຽງແຕ່ 10% ເທົ່ານັ້ນ ແລະສາມາດຕັດມາໃຫ້ສັດກິນໄດ້ເລີຍໂດຍທີ່ບໍ່ຕ້ອງຊອຍ ຫຼື ຟັກໃຫ້ຫຍຸ້ງຍາກ.

ເມື່ອນຳໄປໃຫ້ສັດລ້ຽງກິນກໍ່ຍ້ຳງ່າຍ ມີລົດຊາດຫວານ ກອບ ສັດລ້ຽງກິນກໍ່ຈະຕິດໃຈ ຈຶ່ງເປັນທີ່ມາຂອງການເອີ້ນວ່າ ຫຍ້າຫວານ.
ລັກສະນະຂອງລຳຕົ້ນແມ່ນບໍ່ສູງຫຼາຍ ສາມາດປູກໃນເນື້ອທີ່ກວ້າງໄດ້ເລີຍ ເໝາະສຳລັບນຳໄປລ້ຽງໂຕມ້າ, ງົວ, ຄວາຍ, ແບ້, ແກະ ຫຼື ແມ່ນແຕ່ໄກ່ ແລະປາກໍ່ສາມາດນຳເອົາໄປລ້ຽງໄດ້ເຊັ່ນດຽວກັນ.

ມາເບິ່ງວິທີ ແລະຂັ້ນຕອນໃນການປູກຫຍ້າຫວານສຳລັບສັດລ້ຽງ

ວິທີໃນການປູກຫຍ້າຫວານ

ກຽມທ່ອນພັນໂດຍເຮັດໃຫ້ເປັນທ່ອນຍາວປະມານ 5-6 ປ້ອງ

ໄລຍະຫ່າງໃນການປູກ 1×1 ແມັດ

ໃຊ້ຈອບຂຸດດິນເລິກປະມານ 10 ຊັງຕີແມັດ

ວາງທ່ອນພັນຫຍ້າຫວານລົງດິນ ຖົມດິນໃສ່ແລ້ວເອົາມືກົດດິນໃຫ້ແໜ້ນພໍປະມານ

ການຫົດນ້ຳແມ່ນ ຫົດອາທິດລະ 1-2 ເທື່ອແລ້ວແຕ່ຄວາມຊຸ່ມຂອງດິນ