ຊົມເຊີຍ! ນາຍ ແລະ ພົນຕຳຫຼວດ 10 ສະຫາຍ ຢູ່ເມືອງຮຸນໄດ້ເລື່ອນຊັ້ນ

124

ເພື່ອເປັນຂັວນ ແລະ ກຳລັງໃຈ ໃຫ້ແກ່ອ້າຍນ້ອງຕໍາຫຼວດ ຢູ່ກອງບັນຊາການ ປກສ ເມືອງຮຸນ ແຂວງ ອຸດົມໄຊ ຜູ້ທີ່ຄຸນສົມບັດຄົບຖ້ວນຕາມມາດຖານເງື່ອນໄຂ ແລະ ມີຜົນງານ ປະກອບສ່ວນຊ່ວຍເຫຼືອສັງຄົມ, ປະຕິບັດໜ້າທີ່ຂອງຕົນສຳເລັດຕາມກາຍມອບໝາຍ ຈຳນວນ 10 ສະຫາຍ ໄດ້ຮັບການເລື່ອນຊັ້ນ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2020, ຢູ່ສະໂມສອນ ປກສ ເມືອງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ພັທ ບຸນຮັກ ໄຊຍະຕິ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ, ມີບຄະນະພັກ, ຄະນະກອງ, ຫົວໜ້າພະແນກ, ຫົວໜ້າກຸ່ມ, ຕະຫຼອດຮອດນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັທ ອ່ອນແກ້ວ ຫຼວງປະເສີດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງ ເລກທີ 2854/ປກສ, ລົງວັນທີ 31 ທັນວາ 2019, ຂໍ້ຕົກລົງເລກທີ 4312/ກມປສ, ລົງວັນທີ17 ທັນວາ 2019 ວ່າດ້ວຍການເລື່ອນຊັ້ນນາຍ ແລະ ພົນຕຳຫຼວດ ໃນກຳລັງ ປກສ ເມືອງຮຸນ ແຂວງອຸດົມໄຊ ທີ່ຮອດອາຍຸການ ແລະ ຄົບມາດຖານເງື່ອນໄຂ ມີຈຳນວນ 10 ສະຫາຍ, ຍິງ 04 ສະຫາຍ.

ໃນນີ້: ເລື່ອນຊັ້ນ ພັຕ ຂຶ້ນ ພັທ ຈຳນວນ 02 ສະຫາຍ, ເລື່ອນຊັ້ນ ຮອ ຂຶ້ນ ພັຕ ຈຳນວນ 03 ສະຫາຍ, ເລື່ອນຊັ້ນ ຮທ ຂຶ້ນ ຮອ ຈຳນວນ 03 ສະຫາຍ, ເລື່ອນຊັ້ນ ຮຕ ຂຶ້ນ ຮທ 02 ສະຫາຍ. ເປັນກຽດຂຶ້ນປະດັບຊັ້ນຂອງ ສະຫາຍ ພັທ ບຸນຮັກ ໄຊຍະຕິ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ.

ທີ່ມາ, ປກສ ແຂວງອຸດົມໄຊ