ອາໂວກາໂດອົບຊີດ

129

ສິ່ງສຳຄັນໃນອາໂວກາໂດຄືຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ຄື: ກົດໄຂມັນອີ່ມໂຕ ຫຼື MUFAs ເຊິ່ງຈະມີຢູ່ໃນຕະກູນຖົ່ວ, ແກ່ນທັນຍາພືດ, ໝາກກອກ, ນ້ຳມັນໝາກກອກ ແລະ Flaxseed ອີກດ້ວຍ ໂດຍກົດໄຂມັນອີ່ມໂຕນີ້ເອງຈະຊ່ວຍຫຼຸດຄວາມສ່ຽງຂອງກຸ່ມພະຍາດຕຸ້ຍລົງພຸງ ແລະ ມີພະຍາດເບົາຫວານເປັນໜຶ່ງໃນກຸ່ມເຫຼົ່ານີ້ນຳ.

ສ່ວນປະສົມ:

1 ອາໂວກາໂດ2 ໜ່ວຍ.

2 ເຂົ້າໜົມປັງ ( Whole Grains ).

3 ໄຂ່ໄກ່.

4 mozzarella cheese ຂູດ 1 ຖ້ວຍນ້ອຍ.

5 Parmesan cheese ຂູດ 1/2 ຖ້ວຍນ້ອຍ.

6 ເກືອ ແລະ ພິກໄທຢ່າງລະໜ້ອຍ.

ໝາຍເຫດ: ສຳລັບຈຳນວນຂອງໄຂ່ ແລະ ເຂົ້າໜົມປັງແມ່ນແລ້ວແຕ່ຄວາມຕ້ອງການ ເພາະເຂົ້າໜົມປັງ 1 ແຜ່ນ ຈະສາມາດໃສ່ໄຂ່ໄດ້ 1 ໜ່ວຍ.

ວິທີປຸງແຕ່ງ:

ປອກເປືອກອາໂວກາໂດແລະ ເອົາແກ່ນອອກໃຊ້ຊ້ອມເຮັດໃຫ້ເປັນມຸ່ນໆ ຫຼື ບົດເອົາກໍໄດ້. ຈາກນັ້ນ, ໃຫ້ເອົາແກ້ວ ຫຼື ບ່ວງເຮັດໃຫ້ທາງກາງເຂົ້າໜົມຫຼຸບລົງ ແລະ ເອົາອາໂວກາໂດທີ່ເຮັດມຸ່ນແລ້ວທາໃສ່ຂອບເຂົ້າໜົມແລ້ວຈຶ່ງຕອກໄຂ່ລົງທາງກາງ.

ຫຼັງຈາກນັ້ນ, ໂຮຍໜ້າດ້ວຍເກືອ, ພິກໄທ, mozzarella cheese ແລະ Parmesan cheese ແລ້ວນຳໄປອົບປະມານ 12 – 15 ນາທີ ດ້ວຍໄຟ 180 ອົງສາ ຫຼື ຈົນຊີດເຫຼືອງກອບກໍພ້ອມເສີບແລ້ວ.

( ຂໍ້ມູນຈາກ: posttoday.com )

( ຮຽບຮຽງ: ນຸ້ມນິ້ມ )