ມາກສ໌ຊິມ ເຊັກກີນີ ນັກເປຍໂນໜຸ່ມນ້ອຍຊາວຝຣັ່ງ ທີ່ມີຊື່ສຽງໂດ່ງດັງ ໂດຍໄດ້ຮັບລາງວັນຊະນະເລີດຈາກຫຼາຍສະຫະພັນ ຈາກການແຂ່ງຂັນທັງໃນລະດັບຊາດ ແລະ ລະດັບໂລກ ສິ່ງທີ່ເຮັດໃຫ້ຜູ້ຊົມຫຼົງໄຫຼໃນສີມືການຫຼິ້ນທີ່ໜ້າປະທັບໃຈທີ່ສຸດແມ່ນການຫຼິ້ນດ້ວຍມືຊ້າຍ ຈະມາສ້າງຄວາມປະທັບໃຈໃນການສະແດງໃຫ້ກັບຄົນລາວຊົມໃນວັນທີ 24 ມັງກອນ 2020 ທີ່ຫໍວັດທະນະທໍາແຫ່ງຊາດ.
ມາກສ໌ຊິມ ເຊັກກີນີ ( Maxime Zecchini) ເປັນນັກເປຍໂນຊາວຝຣັ່ງ ຄົນທຳອິດທີ່ຮຽນຈົບຈາກໂຮງຮຽນ “ Incontri col Maestro ” ທີ່ມີຊື່ສຽງຂອງ Imola ໃນປະເທດອິຕາລີ ໄດ້ຊະນະການແຂ່ງຂັນ Arcachon ລະດັບສາກົນໃນປີ 2000, ຊະນະເລີດຈາກມູນນິທິ Cziffra ໃນປີ 2002, ຊະນະການແຂ່ງຂັນ Ragusa-Ibla ທີ່ເມືອງ Sicily ໃນປີ 2002, ໃນປີ 2003 ກໍໄດ້ຮັບລາງວັນທີ 1 ຈາກລາງວັນເອກະພາບໃນການແຂ່ງຂັນລະດັບສາກົນຂອງ ວາເຣນນາ – ລັກ Varenna-Lac ຂອງເມືອງໂກມ ປະເທດອິຕາລີ.
ລາວມີຜົນງານເພງຢູ່ 10 ອາລະບ້ຳ ( ເຊິ່ງ 8 ອາລະບ້ຳ ແມ່ນໄດ້ວາງອອກຈຳໜ່າຍແລ້ວ ) ເຊິ່ງປະກອບມີຜົນງານການຫຼິ້ນດ້ວຍມືຊ້າຍ – ຫຼິ້ນເປຍໂນດ່ຽວ, ເທັບບັນທຶກໃນການສະແດງຄອນເສີດ ແລະ ການຮ່ວມປະສານສຽງອໍແກສຕຣ້າ, ຫ້ອງດົນຕີ – ເປັນລາຍການທໍາອິດຂອງໂລກທີ່ເອົາເພງຂອງ ( label AdVitam Records / PIAS-Harmonia Mundi ) ມາຫຼິ້ນໃນອາລະບ້ຳຂອງລາວ.
ຜູ້ຊົມຄົນລາວຈະໄດ້ເຫັນຫຼາກຫຼາຍແບບຂອງການຫຼິ້ນເປຍໂນທີ່ແຕກຕ່າງ ແລະ ຈະມີ ຄວາມປະຫຼາດໃຈຫຼາຍຢ່າງ ໂດຍຈະໄດ້ຮັບຟັງບົດເພງລາວຈຳນວນໜຶ່ງເພື່ອເປັນການສະແດງຄຳຂອບໃຈຕໍ່ຜູ້ຊົມ ແລະ ເພງນີ້ແມ່ນສາມາດຟັງໄດ້ຕະຫຼອດທຸກຍຸກທຸກສະໄໝ, ຍິ່ງໄປກວ່ານັ້ນລາວຍັງແມ່ນນັກເປຍໂນໜຶ່ງໃນສາມຄົນຂອງໂລກ ທີ່ຊຳນານການຫຼິ້ນດ້ວຍມືຊ້າຍທີ່ເປັນເອກະລັກ ແລະ ມີພຽງແຕ່ນັກເປຍໂນສາມຄົນໃນໂລກເທົ່ານັ້ນ ທີ່ຄົ້ນຄິດຫາຜົນງານປະພັນການຫຼິ້ນດ້ວຍມືເບື້ອງຊ້າຍແບບເລິກເຊິ່ງ.
ທ່ານໃດສົນໃຈສາມາດເຂົ້າຊົມການສະແດງໄດ້ໃນວັນທີ 24 ມັງກອນ 2020 ທີ່ຫໍວັດທະນະທໍາແຫ່ງຊາດ ເລີ່ມແຕ່ເວລາ: 18:30 ໂມງ ເປັນຕົ້ນໄປ, ສາມາດຊື້ປີ້ເຂົ້າຢູ່ໜ້າງານໃນລາຄາ 30 ພັນກີບ ( ສໍາລັບນັກສຶກສາແມ່ນບໍ່ໄດ້ເສຍຄ່າ ) ຫຼື ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທາງແຟນເພຈ໌ Institut Franais du Laos.
( ຂ່າວ: ນຸ້ມນິ້ມ )
( ຮູບ: ສະຖາບັນຝຣັ່ງ )