ເຄັດລັບການປັບແນວຄິດ ເພື່ອຄວາມສົມດຸນກັບການເຮັດວຽກ

183

ຫາກເຮົາແບ່ງກິດຈະກຳໃນຊີວິດອອກເປັນສອງດ້ານ ໂດຍສະເພາະດ້ານການເຮັດວຽກ ເປັນຕົ້ນແມ່ນ: ໜ້າທີ່ການງານ, ຈຸດມຸ່ງໝາຍໃນຊີວິດ ແລະ ອື່ນໆ, ສ່ວນອີກດ້ານໜຶ່ງແມ່ນການໃຊ້ຊີວິດສ່ວນຕົວ ບໍ່ວ່າຈະເປັນຄວາມຄຽດຈາກການເຮັດວຽກໜັກເກີນໄປ, ສຸຂະພາບທີ່ທົດຖອຍ, ຄວາມທໍ້ຖອຍຈາກການບໍ່ມີຈຸດໝາຍປາຍທາງໃນຊີວິດ ຫຼື ຂາດຄວາມກ້າວໜ້າ, ຖ້າຫາກທ່ານຮູ້ສຶກວ່າໃນຊີວິດນີ້ຍັງຂາດດ້ານໃດດ້ານໜຶ່ງ ນັ້ນກໍຖືວ່າເປັນສັນຍານທີ່ບອກເຖິງຊີວິດທີ່ຂາດຄວາມສົມດຸນ ເຊິ່ງມື້ນີ້ເຮົາມີວິທີສ້າງຄວາມສົມດຸນຂອງຊີວິດ ແລະ ການເຮັດວຽກມາຝາກທ່ານຜູ້ອ່ານ ເຊິ່ງ ທ່ານ ຈັນຈິລາວົງ ສຸວັນນະວົງ ຜູ້ຈັດການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເພິ່ນໄດ້ໃຫ້ຂໍ້ຄິດມາແບ່ງປັນ ດັ່ງລຸ່ມນີ້:

1 ຈັດລຽງລຳດັບຄວາມສຳຄັນໃນຊີວິດ: ການຈັດລຽງລໍາດັບຄວາມສໍາຄັນໃນຊີວິດ ກໍເພື່ອທີ່ຈະໃຊ້ເປັນຫຼັກຖານເມື່ອຕ້ອງຕັດສິນໃຈວ່າຄວນຈະເຮັດຫຍັງກ່ອນ ເຊັ່ນ: ການເງິນ, ການງານ, ວຽກຄອບຄົວ ແລະ ອື່ນໆ ເຊິ່ງທ່ານຕ້ອງໄດ້ຈັດແບ່ງຄວາມສໍາຄັນເຫຼົ່ານັ້ນໃຫ້ລະອຽດ ຫາກບໍ່ດັ່ງນັ້ນທ່ານຈະເຮັດວຽກບໍ່ສໍາເລັດຈັກຢ່າງ ແລະ ວຽກບໍ່ມີປະສິດທິພາບ, ອັນນີ້ທ່ານຕ້ອງແຍກວຽກໃດຄວນເຮັດກ່ອນ ແລະ ອັນໃດຄວນປະຕິບັດນໍາຫຼັງ ທ່ານຈຶ່ງສາມາດສໍາເລັດໜ້າທີ່ຕາມແຜນ.

2 ກຳນົດເປົ້າໝາຍຊີວິດ: ການກໍານົດເປົ້າໝາຍໃນຊີວິດ ບໍ່ວ່າຈະເປັນດ້ານການເຮັດວຽກ ຫຼື ດ້ານຊີວິດສ່ວນຕົວ ເພື່ອບໍ່ໃຫ້ເຮົາໃຊ້ຊີວິດຢ່າງເລື່ອນລອຍຈົນເກີນໄປ ລວມທັງວາງແຜນເບິ່ງວ່າເຮົາມີຂັ້ນຕອນແນວໃດທີ່ຈະໄປຮອດເປົ້າໝາຍ ເຊັ່ນ: ຕັ້ງໃຈເຮັດທຸລະກິດຂາຍເຄື່ອງ, ເປີດຮ້ານຄ້າຮັບ – ສົ່ງເຄື່ອງ ໂດຍຜ່ານການຂາຍທາງເວັບໄຊ, ເພຈ໌ ແລະ ສື່ອອນລາຍຕ່າງໆ ເຊິ່ງທັງໝົດນີ້ຕ້ອງມີເປົ້າໝາຍລະອຽດຊັດເຈນຢ່າງເປັນລະບົບ, ເມື່ອທ້າຍເດືອນເຮົາຈຶ່ງມາສະຫຼຸບວ່າໄດ້ກໍາໄລ ຫຼື ຂາດທຶນ.

3 ເປົ້າໝາຍການເຮັດວຽກ: ເຮົາຄວນເວົ້າກ່ຽວກັບໜ້າທີ່ຄວາມຮັບຜິດຊອບໃຫ້ຫົວໜ້າ ຫຼື ຜູ້ບໍລິຫານອົງກອນໄດ້ຮັບຊາບ ລວມເຖິງເປົ້າໝາຍທີ່ຕ້ອງການຈະເຮັດໃນລະຫວ່າງປີ. ທັງນີ້, ກໍເພື່ອຄວາມຊັດເຈນຂອງການປະເມີນຜົນງານ, ຫາກມີຄວາມຈຳເປັນທາງດ້ານຄອບຄົວທີ່ອາດຈະສົ່ງຜົນຕໍ່ການເຮັດວຽກກໍຄວນບອກລ່ວງໜ້າ ແລະ ຫາຂໍ້ຕົກລົງຮ່ວມກັນ ເຊັ່ນ: ຖ້າວຽກອັນໃດທີ່ສາມາດຢືດຢຸ່ນໄດ້ໃນເວລາເຮັດວຽກ ເຮົາອາດຈະສະເໜີຂໍລາພັກ ແລະ ເຮັດວຽກລ່ວງໜ້າໄວ້ເປັນອາທິດ ເພື່ອຮັບປະກັນໜ້າວຽກບໍ່ໃຫ້ເກີດຂໍ້ຂາດຕົກບົກຜ່ອງ.

4 ຈັດລະບຽບຕາຕະລາງປະຈຳວັນ: ຫຼາຍຄົນເຫັນວ່າກິດຈະກຳໃນຄອບຄົວເປັນສິ່ງທີ່ເອົາໄວ້ເຮັດນໍາຫຼັງກໍໄດ້ ເປັນຕົ້ນແມ່ນ: ວັນສໍາຄັນຂອງຄອບຄົວ, ວັນເກີດ, ງານບຸນ ແລະ ພິທີການຕ່າງໆ ຫາກຄອບຄົວສາມາດເຂົ້າໃຈກັນໄດ້ຖືວ່າເປັນເລື່ອງທີ່ດີ, ແຕ່ບາງຄົນພັດໃຫ້ຄວາມສໍາຄັນກັບຄອບຄົວເປັນພິເສດແຕ່ກໍຕ້ອງໄດ້ຜິດນັດ ເພາະມີວຽກເລັ່ງດ່ວນເຂົ້າມາ ຫຼື ເລື່ອນທຣິບທ່ອງທ່ຽວອອກໄປ, ໄປປະຊຸມຢູ່ຕ່າງປະເທດໂດຍບໍ່ໄດ້ບອກລ່ວງໜ້າ ເຊິ່ງການເຮັດແບບນີ້ນອກຈາກຈະເຮັດໃຫ້ເກີດຄວາມຮູ້ສຶກບໍ່ດີກັບຄົນໃນຄອບຄົວແລ້ວ ເຮົາເອງກໍເຮັດວຽກໄດ້ບໍ່ເຕັມທີ່ ເພາະຮູ້ສຶກກັງວົນຕະຫຼອດເວລາ ແລະ ສຸດທ້າຍແລ້ວບໍ່ມີຜົນດີຈັກຢ່າງ.

ດັ່ງນັ້ນ, ໃນກໍລະນີນອກເວລາເຮັດວຽກ ຫຼື ໄດ້ມີການຂໍລາພັກລ່ວງໜ້າໄວ້ແລ້ວ, ຖ້າມີວຽກເຂົ້າມາກະທັນຫັນເຮົາຢ່າຮູ້ສຶກຜິດທີ່ຈະປະຕິເສດ ແລະ ຢ່າຢ້ານທີ່ຈະຖືກເບິ່ງວ່າບໍ່ທຸ່ມເທໃຫ້ກັບວຽກ ເພາະທຸກຄົນຕ່າງຕ້ອງມີຊີວິດສ່ວນຕົວ. ສະນັ້ນ, ຖ້າເຮົາບໍ່ໄດ້ບຽດບັງເວລາເຮັດວຽກ ເຮົາກໍບໍ່ຄວນໃຫ້ວຽກມາບຽດບັງເວລາສ່ວນຕົວເຮົາເຊັ່ນກັນ, ແຕ່ໃນກໍລະນີ ຖ້າເຮົາເປັນຫົວໜ້າມີວຽກເລັ່ງດ່ວນໃຫ້ລູກນ້ອງທີ່ຢູ່ໃນໄລຍະລາພັກເຮັດວຽກ ເຮົາກໍຄວນໃຫ້ຄວາມເຄົາລົບກັບເວລາສ່ວນຕົວຂອງເຂົາ ແລະ ເພີ່ມຄ່າແຮງງານ ຫຼື ໂອທີໃຫ້ກັບເຂົາເຈົ້າ.

5 ວັນພັກກໍຄວນພັກຜ່ອນໃຫ້ເຕັມທີ່: ບາງຄົນໃນວັນເສົາ – ອາທິດ ກໍໄດ້ມານັ່ງກວດອີເມວບໍລິສັດຕະຫຼອດເວລາ, ແມ່ນແຕ່ນອກເວລາເຮັດວຽກຈົນເລີກ ກໍຍັງເອົາວຽກໄປເຮັດນຳຢູ່ເຮືອນ. ສະນັ້ນ, ເຮົາຕ້ອງຈັດສັນເວລາໃຫ້ກັບຕົນເອງ, ຄອບຄົວ ແລະ ເພື່ອນຮ່ວມງານໃຫ້ເປັນ ເພື່ອຈະໄດ້ຫາເວລາຢູ່ກັບຄົນທີ່ເຮົາຮັກ, ການສ້າງສາຍສໍາພັນທີ່ດີກັບສັງຄົມ ແລະ ການຊ່ວຍເຫຼືອສັງຄົມອື່ນໆ.

[ ໂດຍ: ສົມສະຫວິນ ]