ອີທີແອລ ຮ່ວມມືກັບ ບໍລິສັດ ບຸນສົງການຄ້າ ພັດທະນາດ້ານໂທລະຄົມຄົບວົງຈອນ

154

ບໍລິສັດ ອີທີແອລ ເປັນບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມສື່ສານ ຈັບມື ບໍລິສັດ ບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມກັນພັດທະນາລະບົບການໃຫ້ບໍລິການດ້ານໂທລະຄົມມະນາຄົມໃນລາວແບບຄົບວົງຈອນ ເພື່ອເຊື່ອມໂຍງຖານລູກຄ້າ, ນໍາໃຊ້ເຕັກໂນໂລຊີໃໝ່ໃຫ້ບໍລິການລູກຄ້າດ້ວຍຫຼາກຫຼາຍຜະລິດຕະພັນ.

ພິທີລົງນາມມີຂຶ້ນໃນວັນທີ 21 ມັງກອນ 2020 ທີ່ໂຮງແຮມດອນຈັນພາເລດ ໂດຍມີ ທ່ານ Huang Shuyun ຜູ້ອໍານວຍການໃຫຍ່ ບໍລິສັດ ອີທີແອລ ແລະ ທ່ານ ບຸນສົງ ສະຫວັນວາລີ ຜູ້ອໍານວຍການ ບໍລິສັດ ບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມດ້ວຍຕາງໜ້າຈາກພາກທຸລະກິດກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ບຸນສົງ ສະຫວັນວາລີ ກ່າວວ່າ: ການລົງນາມຄັ້ງນີ້ເພື່ອຮ່ວມມືຍຸດທະສາດແບບຄົບວົງຈອນ ໂດຍສະເພາະໄດ້ເປີດໂສມໜ້າໃໝ່ໃນການພັດທະນາທຸລະກິດສື່ສານຂອງລາວ. ນອກນັ້ນ, ສອງຝ່າຍຈະໃຊ້ເຄືອຂ່າຍຂອງຕົນ, ເຕັກໂນໂລຊີ, ການຕະຫຼາດ ເພື່ອຂະຫຍາຍຕະຫຼາດທາງໂທລະຄົມ ເຊິ່ງໃນຕໍ່ໜ້າຈະເປີດຕະຫຼາດບໍລິການຜະລິດຕະພັນໃໝ່ ເຊັ່ນ: mobile playment, smart city. ພ້ອມນັ້ນ, ທັງສອງຝ່າຍຈະສ້າງສິ່ງມະຫັດສະຈັນໃໝ່ ແລະ ຮ່ວມມືກັນຢ່າງຈິງຈັງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ພັດທະນາຢ່າງໄວວາ ເພື່ອເປັນຜູ້ນໍາດ້ານອຸດສາຫະກໍາສື່ສານໃນລາວ.

ທ່ານ Huang Shuyun ກ່າວວ່າ: ເມື່ອກ່ອນ ບໍລິສັດ ອີທີແອລ ເປັນບໍລິສັດລັດວິສາຫະກິດຂອງລັດຖະບານ 100% ມາຮອດເດືອນສິງຫາ 2017 ບໍລິສັດ ເຈ່ຍຟູ ໄດ້ມາຮ່ວມທຶນນໍາ ບໍລິສັດ ອີທີແອລ ໃນອັດຕາສ່ວນ 51% ເພື່ອສ້າງເປັນ ບໍລິສັດ ໂທລະຄົມຫຸ້ນສ່ວນລາວ – ຈີນ ເຊິ່ງໄດ້ສ້າງເຄືອຂ່າຍໂທລະຄົມທີ່ສາມາດຮອງຮັບຂໍ້ມູນສື່ສານຫຼາຍຂຶ້ນ, ຄວາມໄວສູງ ແລະ ນໍາໃຊ້ເຕັກນິກທີ່ທັນສະໄໝມີສັນຍານຄວບຄຸມກວ້າງຂວາງເກືອບທຸກເມືອງໃນທົ່ວປະເທດ ເຊິ່ງໃນປີ 2019 ບໍລິສັດໄດ້ໃຫ້ບໍລິການ 4,5 G, ເປັນຜູ້ສົ່ງເສີມທຸລະກິດຮອບດ້ານກ່ຽວກັບອິນເຕີເນັດ ແລະ ເປັນຜູ້ລົງເລິກໃຫ້ການບໍລິການລູກຄ້າ.

ໃນອະນາຄົດ ອີທີແອລ ຈະພັດທະນາທຸລະກິດຕາມຄໍາຂວັນ ເຄືອຂ່າຍໃໝ່, ຍີ່ຫໍ້ໃໝ່, ບໍລິການໃໝ່ ເຊິ່ງບໍລິສັດ ບຸນສົງການຄ້າ ມີປະສົບການໃນການພົວພັນກັບພາກລັດ ແລະ ກຸ່ມທຸລະກິດທີ່ເປັນຄົນຈີນ ເຊິ່ງຖືວ່າມີຖານລູກຄ້າຈໍານວນຫຼາຍ ເພາະສະນັ້ນຈະສາມາດໃຫ້ການສະໜັບສະໜູນແກ່ ອີທີແອລ ແລະ ດ້ານການຕະຫຼາດຫຼາຍຍິ່ງຂຶ້ນ.