ໄຟຟ້າລາວມອບເຄື່ອງ ພ້ອມດ້ວຍເງິນສົດ ໃຫ້ແກ່ພະນັກງານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

90
????????????????????????????????????

ຕົ້ນອາທິດສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອໃຫ້ອ້າຍນ້ອງພະນັກງານ ລັດວິສາຫະກິດ ໄຟຟ້າລາວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມ ໃນປີ 2019 ທີ່ຜ່ານມາ ທີ່ຫ້ອງປະຊຸມ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງສາລະວັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິລາພອນ ວິຊຸນນະລາດ ຜູ້ຊ່ວຍອຳນວຍການລັດວິສາຫະກິດໄຟຟ້າລາວ, ທ່ານ ບຸນເອື້ອ ສີວັນເພັງ ຫົວໜ້າຝ່າຍບໍລິຫານລັດວິສາຫະກິດໄຟຟ້າລາວ, ທັງແມ່ນຕາງໜ້າໃຫ້ 3 ອົງການຈັດຕັ້ງ ແລະ ທ່ານ ເດັດ ສຸວັນມະໄລທອງ ຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງສາລະວັນ, ພ້ອມດ້ວຍ ທ່ານ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນເປັນເຄື່ອງປະເພດອຸປະໂພກ ແລະ ບໍລິໂພກ, ພ້ອມດ້ວຍເງິນສົດ 119 ລ້ານກີບ ໃຫ້ແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມໃນປີທີ່ຜ່ານມາ. ໃນນີ້, ໄຟຟ້າລາວສາຂາແຂວງສາລະວັນ ມີທັງໝົດ 75 ຄອບຄົວ, ໄດ້ຮັບຜົນກະທົບໜັກ ມີ 35 ຄອບຄົວ ແລະ ອັດຕະປື ມີທັງໝົດ 16 ຄອບຄົວ ແລະ ໄດ້ຮັບຜົນກະທົບໜັກ ມີ 1 ຄອບຄົວ. ຄອບຄົວທີ່ໄດ້ຮັບຜົນກະທົບເບົາ ໄດ້ຮັບເງິນສົດ 1 ລ້ານກີບ, ສ່ວນຄອບຄົວທີ່ໄດ້ຮັບຜົນກະທົບໜັກ ແມ່ນໄດ້ຮັບເງິນສົດ 2 ລ້ານກີບ, ພ້ອມດ້ວຍເຄື່ອງອຸປະໂພກ ແລະ ອຸປະໂພກ, ເຄື່ອງດັ່ງກ່າວນີ້ແມ່ນໄດ້ມາຈາກການລະດົມນຳອ້າຍເອື້ອຍນ້ອງພະນັກງານ ລັດວິສາຫະກິດ ໄຟຟ້າລາວ ໃນທົ່ວປະເທດ.