ວິທະຍາໄລວິທະຍາສາດສຸຂະພາບ ໄດ້ຮັບການຊ່ວຍເຫຼືອອຸປະກອນຫ້ອງທົດລອງ

169

ອົງການກອຍກາ ( KOICA ) ປະຈຳລາວ ມອບອຸປະກອນການແພດເພື່ອຮັບໃຊ້ໃນການຮຽນ – ການສອນ ໃຫ້ແກ່ວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ ໃນວັນທີ 21 ມັງກອນ 2020 ທີ່ວິທະຍາໄລດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ສີສະເຫຼົາ ພະໄຊສີ ຫົວໜ້າຂະແໜງຈັດຕັ້ງຕາງໜ້າໃຫ້ແກ່ຄະນະພະແນກສາທາລະນະສຸກແຂວງ, ທ່ານ ນາງ ຄິມ ຢົງ ຈອງ ຮອງຫົວໜ້າອົງການກອຍກາ ປະຈຳລາວ, ທ່ານ ດຣ. ນາງ ສູນທອນ ໂພທິສານ ຫົວໜ້າອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ມີບັນດາຄະນະອຳນວຍການ, ຂະແໜງການອ້ອມຂ້າງ, ບັນດາອາສາສະໝັກຈາກອົງການ, ຄູ – ອາຈານເຂົ້າຮ່ວມ.

ທ່ານ ດຣ. ນາງ ສູນທອນ ໂພທິສານ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ຜ່ານມາໄດ້ມີອາສາສະໝັກຈາກອົງການກອຍກາ ມາປະຈຳຢູ່ທີ່ວິທະຍາໄລພວກເຮົາ ແລະ ໄດ້ເຫັນຄວາມສຳຄັນຂອງການຮຽນ – ການສອນ ຈຶ່ງໄດ້ສະເໜີນຳໂຄງການກອຍກາ ເພື່ອຂໍຄູສອນພະຍາບານພາກຫ້ອງທົດລອງ.

ຈາກນັ້ນ, ທາງໂຄງການກໍໄດ້ຕອບສະໜອງຄູໃນການສິດສອນໃຫ້ກັບວິທະຍາໄລ ແລະ ໄດ້ສິດສອນມາໃນໄລຍະໜຶ່ງ ຈຶ່ງພົບວ່າ: ອຸປະກອນການຮຽນ – ການສອນບໍ່ພຽງພໍ ແລະ ບໍ່ຕອບສະໜອງກັບຄວາມຕ້ອງການທີ່ຈະສົ່ງ ຄວາມຮູ້ໃຫ້ນັກສຶກສາ, ທາງຄູອາສາສະໝັກ ຈຶ່ງໄດ້ຂຽນໂຄງການສະເໜີໄປຍັງຫົວໜ້າໂຄງການກອຍກາ ເຊິ່ງປະກອບມີ: ຫຸ່ນຝຶກແທງເສັ້ນເລືອດ, ຫຸ່ນສັກຢາເຂົ້າກ້າມຊີ້ນ, ຫຸ່ນ CPR ເຄິ່ງຄີງ, ຫຸ່ນຝຶກສວນຍ່ຽວ ຊາຍ – ຍິງ, ແບບຈຳລອງບາດແຜ, ຫຸ່ນຝຶກການພະຍາບານທົ່ວໄປ ( ໝົດຕົວ ), ຕຽງປັບລະດັບໄດ້ແບບສອງໄກ, ຕຽງເກີດລູກ, ລໍ້ສັກຢາ, ລໍ້ລ້າງບາດ, ອຸປະກອນກວດຮ່າງກາຍລະບົບປະສາດ ແລະ ອຸປະກອນອື່ນໆອີກຫຼາຍລາຍການ. ມາຮອດມື້ນີ້ເຄື່ອງທີ່ສະເໜີໄປທາງໂຄງການໄດ້ຕອບສະໜອງໃຫ້ ລວມມູນຄ່າ 31.500 ໂດລາສະຫະລັດ.