ການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນ ເຮັດໄດ້ບໍ່ຮອດ10%

165

ໄລຍະ 10 ເດືອນຂອງປີ 2019 ຜ່ານມາ ຢູ່ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນສາມາດຈັດຕັ້ງປະຕິບັດໄດ້ 100 ກວ່າເລື່ອງຈາກທັງໝົດ 8 ພັນກວ່າເລື່ອງ.

ພາບປະກອບຂ່າວ

ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພານະຄອນຫຼວງວຽງຈັນ ຊຸດທີ I ຂອງວຽກງານປະຈຳປີ2019 ແລະ ທິດທາງແຜນການຈຸດສຸມປີ2020 ຂອງຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນວ່າ: ຮອດເດືອນຕຸລາ 2019 ໄດ້ຮັບຄະດີເຂົ້າໃໝ່ທັງໝົດ 1.133 ເລື່ອງ. ໃນນັ້ນ, ຄະດີແພ່ງ 249 ເລື່ອງ ລວມກັບຄະດີຄ້າງ ຈຳນວນ 7.757 ເລື່ອງ. ໃນນັ້ນ, ຄະດີແພ່ງ 1.630 ເລື່ອງ ເຮັດໃຫ້ມີຄະດີທັງໝົດ 8.890 ເລື່ອງ ໃນນີ້ຄະດີແພ່ງ 1.879 ເລື່ອງ ໂດຍສາມາດປະຕິບັດສຳເລັດຮອດເດືອນຕຸລາ 2019 113 ເລື່ອງ ເທົ່າກັບ 9,97% ຂອງຄະດີເຂົ້າໃໝ່ ແລະ 1,28% ຂອງຄະດີທັງໝົດ ແລະ ພວມປະຕິບັດ 8.765 ເລື່ອງ. ໃນນັ້ນ, ຄະດີແພ່ງ 1.810 ເລື່ອງ.

ສ່ວນຢູ່ໜ່ວຍງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ 9 ຕົວເມືອງ ໄດ້ຮັບຄະດີເຂົ້າໃໝ່ 273 ເລື່ອງ ໃນນັ້ນ ຄະດີແພ່ງ 173 ເລື່ອງ ລວມກັບຄະດີຄ້າງ 2.550 ເລື່ອງ ໃນນັ້ນ ຄະດີແພ່ງ 907 ເລື່ອງ ເຮັດໃຫ້ມີຄະດີ ທັງໝົດ 2.858 ເລື່ອງ ເປັນ ຄະດີແພ່ງ 1.080 ເລື່ອງ ແລະ ສາມາດແກ້ໄຂໄດ້ ທັງໝົດ 147 ເລື່ອງ(ຄະດີແພ່ງ 112 ເລື່ອງ) ເທົ່າກັບ 53,84% ຂອງຄະດີໃໝ່ ແລະ 5,14% ຂອງຄະດີທັງໝົດເທົ່ານັ້ນ ແລະ ພວມປະຕິບັດຄະດີ 2.778 ເລື່ອງ ໂດຍ 958 ເລື່ອງແມ່ນຄະດີແພ່ງ.

ທ່ານ ບຸນທອງ ພົມມະຈັນ ສະມາຊິກສະພາແຫ່ງຊາດ ( ສສຊ ) ເຂດ 1 ນວ ໄດ້ສະເໜີວ່າ: ສານຕ້ອງເອົາໃຈໃສ່ຕື່ມໃນການວິເຄາະພິຈາລະນາຄະດີ, ຊອກຫາບັນດາປັດໄຈຕົ້ນຕໍທີ່ຍັງບໍ່ປະຕິບັດໄດ້ວ່າ ຍ້ອນຫຍັງແທ້ໃຫ້ຊັດເຈນ ເພື່ອຊອກຫາມາດຕະການແກ້ໄຂໃຫ້ການຕັດສິນມີຄວາມຖືກຕ້ອງເປັນທຳ ແລະ ຍຸຕິທຳກວ່າເກົ່າ.

ພາບປະກອບຂ່າວ

ດ້ານ ທ່ານ ອານຸພາບ ຕຸລາລົມ ປະທານສະພາປະຊາຊົນ ນວ ໄດ້ເນັ້ນໃຫ້ສານປະຊາຊົນ ນວ ເອົາໃຈໃສ່ຕື່ມໃນການຊອກຫາສາເຫດ, ຂໍ້ຄົງຄ້າງໃນການປະຕິບັດການແກ້ໄຂຄະດີໃຫ້ສຳເລັດຫຼາຍຂຶ້ນ ລວມທັງການຕັດສິນຄະດີ ຄວນຄໍານຶງເຖິງສາເຫດ ແລະ ຄວາມເປັນຈິງ. ນອກນັ້ນ, ໃຫ້ເອົາໃຈໃສ່ໃນການໂຄສະນາຄຳຕັດສິນຂອງສານໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ແລະ ຈະແຈ້ງເພື່ອໃຫ້ການປະຕິບັດຄຳຕັດສິນຂອງສານມີຄຸນນະພາບ.

[ ຂ່າວ: ກາວຊົ່ງ; ຮູບ: ສອນໄຊ ]