ນ້ຳຂອງແຫ້ງໄວ! ແທກໄດ້ພຽງ 0,75 ແມັດ

275

ນັບແຕ່ກາງປີ 2019 ຜ່ານມາ ພາກເໜືອຫາພາກກາງປະເຊີນໜ້າກັບໄພແລ້ງ ເຮັດໃຫ້ແມ່ນ້ຳສາຂາຂອງແມ່ນ້ຳຂອງເຫືອດແຫ້ງໜັກສຸດ ໃນຮອບ 50 ກວ່າປີ, ມາຮອດຕົ້ນອາທິດນີ້ລະດັບນ້ຳຂອງຢູ່ເຂດຫຼັກ 4 ນະຄອນຫຼວງວຽງຈັນ ແທກໄດ້ 0,75 ແມັດ, ຢູ່ແຂວງສະຫວັນນະເຂດ ຢູ່ທີ່ 0,40 ແມັດ. ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດເຕືອນໃນໄລຍະ 3 ເດືອນຕໍ່ໜ້າ ພາກເໜືອຕ້ອງວາງແຜນໃຊ້ນ້ຳຢ່າງປະຢັດ ເພາະຝົນຈະໜ້ອຍ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ແລະ ທຳມະຊາດ ໄດ້ຄາດຄະເນສະພາບອາກາດແຕ່ນີ້ຮອດເດືອນມີນາ ວ່າ: ໃນໄລຍະວັນທີ 20 ຫາ 25 ມັງກອນ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ໃນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້, ຄາດຄະເນສະພາບອຸນຫະພູມສະເລ່ຍປະຈໍາເດືອນມັງກອນ 2020 ຈະສູງ ກວ່າເກນປົກກະຕິ ແລະ ປະລິມານນໍ້າຝົນຈະສູງກວ່າເກນປົກກະຕິໃນເຂດພາກເໜືອດ້ານຕາເວັນອອກ ແລະ ເຂດພາກກາງ, ສ່ວນເຂດພາກເໜືອດ້ານຕາເວັນຕົກ ແລະ ເຂດພາກໃຕ້ຈະຫຼຸດເກນປົກກະຕິ.

ສ່ວນຄາດຄະເນສະພາບອຸນຫະພູມສະເລ່ຍປະຈໍາເດືອນກຸມພາ 2020 ຈະສູງກວ່າເກນປົກກະຕິໃນເຂດພາກກາງ ແລະ ພາກໃຕ້, ສ່ວນພາກເໜືອຈະໃກ້ຄຽງເກນປົກກະຕິ. ສໍາລັບປະລິມານນໍ້າຝົນປະຈໍາເດືອນກຸມພາ 2020 ຈະຫຼຸດເກນປົກກະຕິເປັນສ່ວນໃຫຍ່, ເຊັ່ນດຽວກັບເດືອນມີນາ ປະລິມານນໍ້າຝົນຈະຫຼຸດເກນປົກກະຕິໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດຍັງໄດ້ມີຄຳເຕືອນເພື່ອເຝົ້າລະວັງໃນໄລຍະ 3 ເດືອນຕໍ່ໜ້າ ສະພາບຝົນຈະຕົກໜ້ອຍ ເຊິ່ງຈະເຮັດໃຫ້ລະດັບນໍ້າຂອງ ແລະ ສາຂາ ສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ, ກໍຈະເກີດມີສະພາບແຫ້ງແລ້ງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຄວນມີການວາງແຜນຮັບມືກັບສະພາບແຫ້ງແລ້ງ ແລະ ການນໍາໃຊ້ນໍ້າຢ່າງປະຢັດ.

ສ່ວນລະດັບນ້ຳຂອງແທກໃນວັນທີ 20 ມັງກອນ 2020 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຢູ່ທີ່ 1,64 ແມັດ, ເມືອງປາກແບງ ແຂວງອຸດົມໄຊ ຢູ່ທີ່ 2,93 ແມັດ, ແຂວງຫຼວງພະບາງ ຢູ່ທີ່ 8,27 ແມັດ, ເມືອງປາກລາຍ ແຂວງໄຊຍະບູລີ ຢູ່ທີ່ 0,72 ແມັດ, ຫຼັກ 4 ນະຄອນຫຼວງວຽງຈັນ ຢູ່ທີ່ 0,75 ແມັດ, ປາກຊັນ ແຂວງບໍລິຄຳ ໄຊ ຢູ່ທີ່ 2,66 ແມັດ, ທ່າແຂກ ແຂວງຄຳມ່ວນ 2,21 ແມັດ, ແຂວງສະຫວັນນະເຂດ ຢູ່ທີ່ 0,40 ແມັດ ແລະ ປາກເຊ ແຂວງຈຳປາສັກ ຢູ່ທີ່ 0,80 ແມັດ.

ອ້າຍ ແປງ ນານຸວົງ ປະຊາຊົນບ້ານໂຄກແຮ່ ເມືອງສັງທອງ ໃຫ້ສຳພາດວ່າ: ສະພາບນ້ຳຂອງບົກແຫ້ງສົ່ງຜົນກະທົບຕໍ່ການປູກພືດຢ່າງໜັກໜ່ວງ ເພາະຕ້ອງໃຊ້ທຶນເພີ່ມຊື້ຈັກ ຫຼື ຕ້ອງໄດ້ຊື້ສາຍໄຟຕໍ່ ແລະ ທໍ່ນ້ຳເພີ່ມເພື່ອດູດນໍ້າ.