ທຫລ ຈະຮັກສາອັດຕາເງິນເຟີ້ໃຫ້ຕ່ຳກວ່າອັດຕາຂະຫຍາຍຕົວຂອງເສດຖະກິດ

253

ປີ 2019 ສະພາແຫ່ງຊາດ ໄດ້ຮັບຮອງເອົາຕົວເລກຄາດໝາຍສູ້ຊົນທາງດ້ານເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ແລະ ອັດຕາເງິນເຟີ້ບໍ່ເກີນ 5%, ຢ່າງໃດກໍຕາມອັດຕາເງິນເຟີ້ໃນເດືອນທັນວາ 2019 ຢູ່ທີ່ 6,28%. ສ່ວນປີ 2020 ທະນາຄານແຫ່ງ ສປປ ລາວ ( ທຫລ ) ຈະສືບຕໍ່ຮັກສາ ອັດຕາເງິນເຟີ້ ໃຫ້ຢູ່ໃນ ລະດັບຕໍ່າກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ.

ຫາກຫວນຄືນກັບໄປເບິ່ງອັດຕາເງິນເຟີ້ ໃນໄລຍະ 4 ປີຜ່ານມາ ( 2016 – 2019 ) ອີງຕາມຂໍ້ມູນທະນາຄານແຫ່ງ ສປປ ລາວ ຈະເຫັນວ່າມີການປ່ຽນແປງເພີ່ມຂຶ້ນ ຫຼື ຫຼຸດລົງດັ່ງ ນີ້:

ອັດຕາເງິນເຟີ້ໃນປີ 2016:

ເລີ່ມຈາກເດືອນມັງກອນ ຢູ່ໃນລະດັບ 1,04%, ເດືອນກຸມພາ ຂຶ້ນມາຢູ່ທີ່ 1,61%, ເດືອນມີນາ 1,46%, ເດືອນເມສາ 1,40%, ເດືອນພຶດສະພາ 1,57%, ເດືອນມິຖຸນາ 1,96%, ເດືອນກໍລະກົດ 1,97%, ເດືອນສິງຫາ 1,85%, ເດືອນກັນຍາ 1,84%, ເດືອນຕຸລາ 1,86%, ເດືອນພະຈິກ 2,09% ແລະ ເດືອນທັນວາ 2,49%.

ອັດຕາເງິນເຟີ້ໃນປີ 2017:

ເດືອນມັງກອນ 2,27%, ເດືອນກຸມພາ 1,67%, ເດືອນມີນາ 1,75%, ເດືອນເມສາ 1,52%, ເດືອນພຶດສະພາ 1,07%, ເດືອນມິຖຸນາ 0,41%, ເດືອນກໍລະກົດ 0,03%, ເດືອນສິງຫາ 0,16%, ເດືອນກັນຍາ 0,31%, ເດືອນຕຸລາ 0,49%, ເດືອນພະຈິກ 0,23% ແລະ ເດືອນທັນວາ 0,15% ( ສະເລ່ຍໝົດປີຢູ່ທີ່ 0,83% ).

ອັດຕາເງິນເຟີ້ໃນປີ 2018:

ເດືອນມັງກອນ 0,95%, ເດືອນກຸມພາ 1,75%, ເດືອນມີນາ 1,91%, ເດືອນເມສາ 1,88%, ເດືອນພຶດສະພາ 1,97%, ເດືອນມິຖຸນາ 2,18%, ເດືອນກໍລະກົດ 2,44%, ເດືອນສິງຫາ 2,57%, ເດືອນກັນຍາ 3,06%, ເດືອນຕຸລາ 2,14%, ເດືອນພະຈິກ 2,14% ແລະ ເດືອນທັນວາ 1,48% ( ສະເລ່ຍໝົດປີຢູ່ທີ່ 2,04% ).

ອັດຕາເງິນເຟີ້ໃນປີ 2019:

ເດືອນມັງກອນ 1,50%, ເດືອນກຸມພາ 1,57%, ເດືອນມີນາ 1,66%, ເດືອນເມສາ 2,21%, ເດືອນພຶດສະພາ 2,54%, ເດືອນມິຖຸນາ 2,48%, ເດືອນກໍລະກົດ 3%, ເດືອນສິງຫາ 3,34%, ເດືອນກັນຍາ 3,92%, ເດືອນຕຸລາ 5,34%, ເດືອນພະຈິກ 5,92%, ເດືອນທັນວາ 6,28% ສະເລ່ຍໝົດປີ 3,32%.

ຫາກສັງເກດຈາກຕົວເລກເຫັນວ່າ: ນັບແຕ່ປີ 2016 ຫາ ເດືອນກໍລະກົດ 2019 ອັດຕາເງິນເຟີ້ເພີ່ມຂຶ້ນໃນລະດັບ 1% ຫາ 3% ເທົ່ານັ້ນ, ແຕ່ການເພີ່ມຂຶ້ນສູງເລື້ອຍໆກໍນັບຈາກເດືອນສິງຫາ – ທັນວາ 2019 ຈາກ 3,34% ມາເປັນ 6,28% ໃນເດືອນທັນວາ. ສາເຫດຫຼັກກໍຍ້ອນເງິນກີບອ່ອນຄ່າຫາກທຽບໃສ່ສະກຸນເງິນບາດ ແລະ ໂດລາ.

ແຕ່ເຖິງຢ່າງໃດກໍຕາມ, ລັດຖະບານກໍໄດ້ຊີ້ແຈງໃນກອງປະຊຸມສະພາເມື່ອເດືອນພະຈິກຜ່ານມາ ຈະສູ້ຊົນສືບຕໍ່ຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕໍ່າກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ ຕາມມະຕິຂອງສະພາແຫ່ງຊາດຮັບຮອງ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ( ທຫລ ) ກ່າວຊີ້ແຈງໃນກອງປະຊຸມສະພາ 13 ພະຈິກ 2019 ວ່າ: ອັດຕາເງິນເຟີ້ທີ່ສູງຂຶ້ນ ແລະ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດ ແລະ ເງິນໂດລາປັດໄຈພາຍໃນເກີດມາຈາກພື້ນຖານເສດຖະກິດຂອງປະເທດເຮົາ ທີ່ອາໄສການນຳເຂົ້າສິນຄ້າເປັນຫຼັກ, ການຜະລິດສິນຄ້າພາຍໃນປະເທດຍັງບໍ່ທັນເຂັ້ມແຂງ ເຮັດໃຫ້ມີການຂາດດຸນການຄ້າຢ່າງຕໍ່ເນື່ອງ, ໃນຂະນະທີ່ແຫຼ່ງເງິນຕາເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ເພື່ອຊຳລະຄ່າສິນຄ້ານຳເຂົ້າ ແລະ ການບໍລິການຍັງບໍ່ທັນດຸນດ່ຽງຈາກສະພາບຄືດັ່ງກ່າວບວກກັບການຜັນຜວນລາຄານ້ຳມັນຢູ່ສາກົນ, ປັດໄຈລະດູການ, ໄພທຳມະຊາດ ແລະ ພະຍາດສັດລະບາດຢູ່ພາຍໃນປະເທດ ເຮັດໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການ.