ອົດໃຈລໍຖ້າ ເພງໃໝ່ຫຼ້າສຸດຂອງ ສາວ ນໍ້າຝົນ “ຖ້າເຈົ້າມີໃໝ່”

112

ສໍາລັບແຟນຄັບທີ່ຕິດຕາມນັກຮ້ອງສາວສຽງຄຸນນະພາບ ຢ່າງ ນໍ້າຝົນ ອິນດີ້ ຫຼື ນໍ້າຝົນ ອິນທະວົງ ເຈົ້າຂອງສຽງເພງ ຝັງລົມຫາຍໃຈ, ມືສັງຫານ …

ກໍຈະຮູ້ວ່າສາວນໍ້າຝົນ ກໍາລັງຈະປ່ອຍຜົນງານເພງໃໝ່ ຄືເພງ ຖ້າເຈົ້າມີໃໝ່ ທີ່ສາວນໍ້າຝົນໄດ້ຮ້ອງສົດໆໃຫ້ຟັງແລ້ວທີ່ງານເທດສະການດົນຕີ ວັງວຽງເຟດ 2018

ຫຼ້າສຸດໄດ້ເຜີຍພາບເບື້ອງຫຼັງການຖ່າຍທໍາມິວສິກວິດີໂອອອກມາໃຫ້ໄດ້ຊົມກ່ອນແລ້ວ ທີ່ໄດ້ນັກສະແດງມາກຄວາມສາມາດ ຄື ສາວ ແກ້ວຕາ ແລະ ໜຸ່ມດາວດວງໃຫມ່ໄຟແຮງ ເພັດຕະກຸນ ມາສະແດງໃນເອັມວີ

ນອກນັ້ນຍັງມີສາວລິດດາ girlgroup ໄຟແຮງ Whiz G ມາສະແດງນຳອີກ  ອົດໃຈລໍຖ້າຊົມ ແລະ ຟັງໄດ້ເລີຍ ຄາດວ່າຈະປ່ອຍເດືອນມີນາ