ຄວາມຕ້ອງການນໍ້າມັນໂລກພຸ່ງສູງຫຼັງບັນຫາການຄ້າຜ່ອນຄາຍ

88

ທ່ານ ໂມຮໍາເໝັດ ບາຄິນໂດ ເລຂາທິການກຸ່ມໂອເປກກ່າວວ່າ:ການຄາດຄະເນອຸປະສົງນໍ້າມັນທົ່ວໂລກອາດຈະຫຼຸດລົງຈາກປີກ່ອນ,ແຕ່ການຂະຫຍາຍຕົວຂອງອຸປະສົງຈະຍັງແຂງແກ່ນ ແລະ ອາດຈະປັບຂຶ້ນໃນປີນີ້ຫຼັງບັນຫາການຄ້າໂລກຜ່ອນຄາຍ.

ໂອເປກເຫັນວ່າ:ມີໂອກາດທີ່ຄວາມຕ້ອງການນໍ້າມັນຈະເພີ່ມຂຶ້ນເຊິ່ງຈະສົງຜົນກະທົບຕໍ່ຍອດລວມອຸປະສົງໃນໄລຍະທີ່ເຫຼືອຂອງປີນີ້ໂດຍໂອເປກຫວັງວ່າຄວາມທ້າທາຍໃນດ້ານການຄ້າລະຫວ່າງປະເທດກໍາລັງພັດທະນາທີ່ກໍາລັງປະເຊີນຢູ່ຈະໄດ້ຮັບການແກ້ໄຂ.

ລາຄານໍ້າມັນປິດຕະຫຼາດປີ2019ຫຍັບຂຶ້ນເກືອບ35%ແຕ່ກໍຕ້ອງຢູ່ຕໍ່າກວ່າລະດັບສູງສຸດກ່ອນໜ້ານີ້ໂດຍລາຄາໄດ້ຮັບຜົນກະທົບບາງສ່ວນຈາກການຜະລິດນໍ້າຈາກຊັ້ນຫີນຂອງອາເມຣິກາທີ່ເພີ່ມຂຶ້ນເຊິ່ງເປັນຕົວແປສໍາຄັນຕໍ່ການຕັດສິນໃຈດ້ານການຜະລິດຂອງໂອເປກ.

ປັດຈຸບັນ,ໂອເປກປັບຫຼຸດການຜະລິດນໍ້າມັນລົງ1,7ລ້ານບາເຣວຕໍ່ມື້ຫຼັງຈາກທີ່ໃນເດືອນ ທັນວາປີກ່ອນໂອເປກ ແລະ ປະເທດພັນທະມິດໄດ້ຕັດສິນໃຈຫຼຸດການຜະລິດນໍ້າມັນເພີ່ມຂຶ້ນອີກ500.000ບາເຣວຕໍ່ມື້ໃນໄຕມາດທໍາອິດຂອງປີນີ້ໂດຍເພີ່ມຂຶ້ນຈາກແຕ່ກ່ອນທີ່ປັບຫຼຸດລົງ1,2ລ້ານບາເຣວຕໍ່ມື້.