ຕະຫຼາດຮຸ້ນອິນໂດເນເຊຍແຊງໄທ-ສິງກະໂປຂຶ້ນອັນດັບໜຶ່ງອາຊຽນ

86

ມູນຄ່າຕະຫຼາດຮຸ້ນອິນໂດເນເຊຍເພີ່ມຂຶ້ນແຊງໜ້າຕະຫຼາດຮຸ້ນໄທຫຍັບຂຶ້ນເປັນອັນດັບໜຶ່ງຂອງອາຊຽນຈາກປັດໄຈການລົງທຶນພື້ນຖານໂຄງລ່າງ.

ຕະຫຼາດຫຼັກຊັບຂອງອິນໂດເນເຊຍກາຍເປັນຕະຫຼາດຫຼັກຊັບທີ່ມີມູນຄ່າຫຼາຍທີ່ສຸດໃນອາຊຽນແຊງໜ້າຕະຫຼາດຫຼັກຊັບໄທ ແລະ ສິງກະໂປຫຼັງຈາກມູນຄ່າຕະຫຼາດຮຸ້ນໄທຫຼຸດລົງເຫຼືອ529.000ລ້ານໂດລາເນື່ອງຈາກຄ່າເງິນບາດແຂງຈາກການລອຍຕົວຂອງຄ່າເງິນບາດ.

ຂະນະທີ່ຄ່າເງິນໂດລາໃນອິນໂດເນເຊຍເພີ່ມຂຶ້ນເຖິງ5,5%ໃນໄລຍະ3ເດືອນທີ່ຜ່ານມາ ແລະ ລັດຖະບານອິນໂດເນເຊຍກໍເລີ່ມຈັດຕັ້ງປະຕິບັດນະໂຍບາຍພື້ນຖານໂຄງລ່າງຄັ້ງໃໝ່ຕະຫຼອດການປະຕິຮູບຕ່າງໆເພື່ອພັດທະນາເສດຖະກິດ.

ເມື່ອຕົ້ນເດືອນ ມັງກອນ ແລະ ເດືອນ ເມສາປີ2019ຕະຫຼາດຮຸ້ນຂອງອິນໂດເນເຊຍມີມູນຄ່າການລົງທຶນຫຼາຍທີ່ສຸດໃນອາຊຽນ.ທັງນີ້,ກ່ອນປີ2019ຕະຫຼາດຮຸ້ນສິງກະໂປຄອງຕໍາແໜ່ງຜູ້ນໍາມາຍາວນານນັບຕັ້ງແຕ່ປີ2003.