ບໍລິສັດສາຍພູຫຼວງໄດ້ຮັບສິດ ພັດທະນາແຫຼ່ງທ່ອງທ່ຽວຕາດຊຽງລື

137

ທາງການແຂວງຄຳມ່ວນໄດ້ເຫັນດີໃຫ້ບໍລິສັດ ສາຍພູຫຼວງເຂົ້າພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຊຽງລື ພ້ອມມີພິທີເຊັນສັນຍາເປັນທີ່ຮຽບຮ້ອຍແລ້ວມື້ວານນີ້(21 ມັງກອນ 2020) ຈະເນັ້ນໜັກສ້າງເປັນສະຖານທີ່ທ່ອງທ່ຽວແບບອະນຸລັກຮັກສາສິ່ງແວດລ້ອມ.

ຮ່ວມລົງນາມໃນພິທີເຊັນສັນຍາ ຕາງໜ້າຝ່າຍອົງການປົກຄອງແຂວງຄຳມ່ວນ ໂດຍທ່ານ ພູຊະນະ ໄຊໂກສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ອຳນາດການປົກຄອງເມືອງບົວລະພາ ແລະ ຝ່າຍບໍລິສັດ ໂດຍທ່ານ ອຳພອນ ບຸນຍາລາດ ປະທານກຸ່ມບໍລິສັດ ສາຍພູຫຼວງ ຈຳກັດຜູ້ດຽວ, ໂດຍມີບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດ ນໍ້າຕົກຕາດຊຽງລື ຕັ້ງຢູ່ບ້ານນາປຸ່ງ ເມືອງບົວລະພາ ແຂວງຄຳມ່ວນ ເຊິ່ງຄວາມຈີງແລ້ວຕາດແຫ່ງນີ້ແມ່ນໄດ້ມີການເຊັນສັນຍາສືກສາສຳຫຼວດມາແຕ່ປີ 2018 ເຫັນວ່າມີຄວາມເປັນໄປໄດ້ຈິ່ງ ກ້າວສູ່ການລົງນາມພັດທະນາດັ່ງກ່າວ.

ໂດຍບໍລິສັດສາຍພູຫຼວງໄດ້ກຳນົດບັນດາໜ້າວຽກ ເປັນແຕ່ລະເຂດໃນການພັດທະນາຄື: ກ່ອນອື່ນຕ້ອງສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ການຕິດຕັ້ງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວ, ຫຼັງຈາກນັ້ນຈິ່ງດຳເນີນການບໍລິການໃນກິດຈະການອື່ນໆທີ່ຕິດພັນກັບການພັດທະນາສະຖານທີ່ທ່ອງທ່ຽວ.

ແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດນໍ້າຕົກຕາດຊຽງລື ນີ້ບໍລິສັດສາຍພູຫຼວງໄດ້ຮັບສິດສຳປະທານໃນເນື້ອທີ່ 33 ເຮັກຕາ, ໃນມູນຄ່າການລົງທຶນທັງໝົດ 12 ລ້ານກວ່າໂດລາສະຫະລັດ ແລະ ມີໄລຍະການສຳປະທານ 40 ປີ ເຊິ່ງເປັນຮູບການລົງທຶນພາຍໃນ 100%. ສ່ວນທາງດ້ານພັນທະຂອງທາງບໍລິສັດແມ່ນຈະຕ້ອງຮັບຜິດຊອບທາງດ້ານແຫຼ່ງທຶນເພື່ອພັດທະນາໂຄງການດັ່ງກ່າວ, ຂົນຂວາຍປຸກລະດົມເອົາປະຊາຊົນພາຍໃນທ້ອງຖິ່ນ ເພື່ອເຂົ້າຮ່ວມເຮັດວຽກເປັນຄົນງານໃນໂຄງການ ດ້ວຍຮູບການຕອບແທນແຮງງານ ຕາມກົດໝາຍແຮງງານແຫ່ງ ສປປ ລາວ, ເຂົ້າຮ່ວມ ແລະ ຮັບຮູ້ຮີດຄອງປະເພນີຂອງທ້ອງຖິ່ນທີ່ໂຄງການຕັ້ງຢູ່, ການປົກປັກຮັກສາສິ່ງແວດລ້ອມ ແມ່ນໃຫ້ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນບົດສຶກສາຜົນກະທົບຕໍ່ສິ່ງແວດ ລ້ອມ, ໃນຂອບເຂດເນື້ອທີ່ດິນທີ່ສຳປະທານ ຖ້າຕິດພັນກັບດິນຂອງປະຊາຊົນ ຕ້ອງມີການຊົດເຊີຍຕາມລະບຽບກົດໝາຍ, ຕ້ອງປະຕິບັດພັນທະພາສີ-ອາກອນ ແລະ ພັນທະອື່ນໆຕໍ່ຝ່າຍອົງການປົກຄອງແຂວງຢ່າງຄົບຖ້ວນຕາມລະບຽບກົດໝາຍ ແລະ ຕ້ອງເລີ່ມລົງມືຈັດຕັ້ງປະຕິບັດພາຍໃນ 90 ວັນນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ.

ຈາກ: Medialaos Khammouane