ມີຫຼາຍທີມຈາກ 8 ປະເພດ ຮ່ວມການແຂ່ງຂັນຣັກບີ້ ທີ່ ສປປ ລາວ ທ້າຍອາທິດນີ້

92

ພິທີຖະແຫຼງຂ່າວຈັດການແຂ່ງຂັນກີລາຣັກບີ້ ລາຍການວຽງຈັນ ເທັນ ແລະ ຮາໂນ້ຍ ເທັນ ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ມັງກອນ 2020 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວິລະຢຸດ ຣາທິກຸນ ປະທານສະຫະພັນຣັກບີ້ແຫ່ງຊາດລາວ, ທ່ານ ປີຊາ ວົງເດືອນເພັງ ຜູ້ຈັດການຝ່າຍພັດທະນາຣັກບີ້ ສະຫະພັນຣັກບີ້ແຫ່ງຊາດລາວ ແລະ ທ່ານ ໄຊຊະນະ ພົມມະວົງສາ ຜູ້ຈັດການບໍລິສັດ DHL ( ຜູ້ສະໜັບສະໜູນ ) ພ້ອມດ້ວຍຕົວແທນແຕ່ລະທີມ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

\

ທ່ານ ວິລະຢຸດ ຣາທິກຸນ ປະທານສະຫະພັນຣັກບີ້ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຣັກບີ້ ວຽງຈັນ ເທັນ ໃສ່ຊື່ວ່າ ວຽງຈັນຣັກບີ້ ແຊັມປ້ຽນຊິບ ຈະເປີດສາກການແຂ່ງຂັນລະຫວ່າງວັນທີ 24-25 ມັງກອນ 2020 ທີ່ສະໜາມກີລາເຈົ້າອານຸວົງ, ສ່ວນການແຂ່ງຂັນ ຮາໂນ້ຍ ເທັນ ແມ່ນແຂ່ງຂັນສໍາເລັດໄປແລ້ວໃນວັນທີ 18 ມັງກອນ ທີ່ຜ່ານມາ ເຊິ່ງທັງສອງລາຍການມີຫຼາຍກວ່າ 32 ທີມເຂົ້າຮ່ວມ ຖືເປັນການເຕີບໃຫຍ່ຂອງວົງການຣັກບີ້ລາວ ແນ່ນອນທາງສະຫະພັນຣັກບີ້ແຫ່ງຊາດລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມີສ່ວນໃນການຈັດການແຂ່ງຂັນໃນຄັ້ງນີ້ ເພາະຈະກາຍເປັນທ່າແຮງໜຶ່ງທີ່ຈະຊ່ວຍພັດທະນາສະໂມສອນໃນລາວ ແລະ ຍັງເປັນການສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂອງສະຫະພັນໃນການຈັດການບໍລິຫານການແຂ່ງຂັນໃນລະດັບສາກົນ.

ສໍາລັບ ການແຂ່ງຂັນ 2 ລາຍກນຄັ້ງນີ້ຈະມີທີມຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 32 ທີມ ຈາກ 8 ປະເທດໄດ້ແກ່ ອັງກິດ, ອົດສະຕຣາລີ, ສະຫະລັດອາເມຣິກາ, ຮົງກົງ, ໄທ, ສປ ຈີນ, ຫວຽດນາມ ແລະ ທີມຈາກ ສປປ ລາວ ເປັນການແຂ່ງຂັນປະເພດທີມ 10 ຄົນ. ນອກນັ້ນຍັງຈະໄດ້ຈັດການແຂ່ງຂັນຣັກບີ້ ຮຸ່ນອາຍຸບໍ່ເກດີນ 18 ປີຍິງ-ຊາຍປະເພດຫຼິ້ນຕໍາ ແລະ ຮຸ່ນອາຍຸບໍ່ເກີນ 13 ປີປະເພດດຶງສາຍແທັກ ເພື່ອເປັນການສ້າງສີສັນ ແລະ ພັດທະນານັກກີລາຣັກບີ້ຮຸ່ນນ້ອຍ.

ສະເພາະລາຍການ ວຽງຈັນ ເທັນ ອາທິດນີ້ປະກອບມີ 19 ທີມປະກອບດ້ວຍ ຊາຍລະດັບ Elite division ຊາຍ ປະກອບມີ 12 ທີມໄດ້ແກ່: Royal Thai Police, DAC weredragons, Hanoi Dragons, Raw DogS, The Lao Barbarians, Vientiane Buffalos, The Royal Thai Navy, Bangkok Southerners, Bangkok Warriors, Changzhou Giants, DAC Rejectors ແລະ Regency.

ຂະນະທີ່ ປະເພດທີມຍິງ ລະດັບ Elite division ມີ 7 ທີມເຂົ້າຮ່ວມ ໂດຍທີມທີ່ໜ້າຈັບຕາເປັນ ວຽງຈັນ ສິງ ແຊັມເກົ່າ 3 ສະໄໝຈາກ ສປປ ລາວ ຈະລົງປ້ອງກັນແຊັມ ໂດຍມີ Vientiane Buffalattes, Xieng Khoung, Banger Bells, DAC Weredragons, Made in China ແລະ MSU Pretty Crabs.

(ຄໍາສອນ)