ຊົມເຊີຍ! ອັດຕະປື ພັດທະນາສີມືແຮງງານໃຫ້ປະຊາຊົນ ສໍາເລັດລື່ນແຜນ 100%

87

ປີ 2019 ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງ ອັດຕະປື ສາມາດບັນລຸຄາດໝາຍຕາມມະຕິສະພາປະຊາຊົນຮັບຮອງ 2 ຄາດໝາຍ ໂດຍສະເພາະການພັດທະນາສີມືແຮງງານໃຫ້ປະຊາຊົນ ລື່ນແຜນ 100% ແລະ ຕົວເລກການຈັດຫາງານທົ່ວແຂວງ ໄດ້ 8ພັນກວ່າຄົນ ລື່ນແຜນ 240,6%.

ທ່ານ ນາງ ອຳຄາ ສີຫາລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ອັດຕະປື ໄດ້ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ຊຸດທີ I ໃນວັນທີ 22 ມັງກອນ 2020 ໃຫ້ຮູ້ວ່າ: ໃນປີ 2019 ໃນ 5 ຄາດໝາຍຕາມມະຕິສະພາປະຊາຊົນແຂວງ ຮັບຮອງນັ້ນ ສາມາດບັນລຸໄດ້ 2 ຄາດໝາຍ ຄື: ການພັດທະນາສີມືແຮງງານໃຫ້ປະຊາຊົນໄດ້ທັງໝົດ 6,011 ຄົນ ລື່ນແຜນ 100% ຕາມມະຕິສະພາ 3,000 ຄົນ; ຕົວເລກການຈັດຫາງານທົ່ວແຂວງໄດ້່ 8,515 ຄົນ ລື່ນແຜນ 240,6% ມະຕິສະພາ 2,500 ຄົນ; ຄາດໝາຍທີ່ບໍ່ບັນລຸ ການຂະຫຍາຍອັດຕາປົກຄຸມປະກັນສັງຄົມໄດ້ 179 ຄົນ, ເທົ່າກັບ 36% ມະຕິສະພາ 500 ຄົນ; ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດປະຕິບັດໄດ້ 74 ທ່ານ ເທົ່າກັບ 59,2% ມະຕິສະພາ 125 ທ່ານ.


ເຊິ່ງທ່ານ ນາງ ອໍາຄາ ສີຫາລາດ ໄດ້ຊີ້ແຈງໃນກອງປະຊຸມສະພາຄັ້ງນີ້ວ່າ: ສາເຫດທີ່ປະຕິບັດບໍ່ໄດ້ຕາມຄາດໝາຍ ຍ້ອນຄວາມຮັບຮູ້ເຂົ້າໃຈຂອງຜູ້ໃຊ້ແຮງງານຍັງຈຳກັດຕໍ່ກັບກົດໝາຍວ່າດ້ວຍປະກັນສັງຄົມ, ຫົວໜ່ວຍແຮງງານສ່ວນຫຼາຍເປັນຫົວໜ່ວຍແຮງງານເເບບຄອບຄົວ, ຜູ້ອອກແຮງງານສ່ວນຫຼາຍເປັນເເຮງງານລາຍວັນ ແຮງງານອາຊີບມີໜ້ອຍ; ການປະຕິບັດນະໂຍບາຍບໍ່ບັນລຸ ຍ້ອນເກີດຈາກການສະໜອງງົບປະມານຂອງລັດຖະບານເພື່ອນະໂຍບາຍຍັງບໍ່ທັນພຽງພໍ ພ້ອມດຽວກັນນີ້ ການກວດກູ້ລະເບີດບໍ່ທັນແຕກຈາກພື້ນທີ່ທົ່ວແຂວງປະຕິບັດໄດ້ 343,8 ຮຕ ເທົ່າກັບ 89% ມະຕິສະພາໃຫ້ໄດ້ 385 ຮຕ.

ພາບປະກອບຂ່າວເທົ່ານັ້ນ

ເພື່ອເຮັດໃຫ້ແຜນການຈັດຕັ້ງໃຫ້ໄດ້ຮັບຜົນດີໃນປີ 2020 ຄະນະພັກ, ຄະນະແນກແຮງງານ ແລະ ສະຫວັດດີການ ຈະໄດ້ຊີ້ນຳໆພາຢ່າງໃກ້ຊິດ, ລົງເຜີຍແຜ່ກົດໝາຍໃຫ້ກຸ່ມເປົ້າໝາຍສຳລັບຜູ້ໃຊ້ແຮງງານ ໃຫ້ຕໍ່ເນື່ອງ ແລະ ປົກກະຕິ, ຊຸກຍູ້ຜູ້ອອກແຮງງານລາວກ້າວເຂົ້າສູ່ລະບົບປະກັນສັງຄົມ ພ້ອມນີ້ ປະທານສະພາປະຊາຊົນ ກໍ່ຍັງໄດ້ໃຫ້ທິດຊີ້ນຳບາງວຽກງານທີ່ບໍ່ທັນບັນລຸນັ້ນ ໃຫ້ໄດ້ສືບຕໍ່ແກ້ໄຂໂດຍສົມທົບກັບບັນດາຂະແໜງການກ່ຽວຂ້ອງໃຫ້ເປັນຮູບປະທຳ ແລະ ຈະໄດ້ນຳມາພິຈາລະນາຮັບຮອງຢ່າງລະອຽດກົ່ວເກົ່າ.

ຂໍ້ມູນຈາກ: Auttapue media