10 ເດືອນປີ 2019 ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນ ສາມາດປະຕິບັດສຳເລັດ 113ເລື່ອງ

256

ນະຄອນຫຼວງວຽງຈັນ ທີ່ເປັນສູນກາງທາງດ້ານເສດຖະກິດ-ສັງຄົມ, ການສຶກສາ ມີຄົນຈາກທຸກສາລະທິດມາຢູ່ຮ່ວມກັນ ເລື່ອງລາວຕ່າງໆຈິ່ງເກີດຂຶ້ນຫຼາຍ ລວມເຖິງຄະດີຕ່າງໆ ເຊິ່ງໃນ10 ເດືອນປີ 2019 ຢູ່ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນສາມາດຈັດຕັ້ງປະຕິບັດໄດ້ 100 ກວ່າເລື່ອງຈາກທັງໝົດ 8 ພັນກວ່າເລື່ອງ.

ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພານະຄອນຫຼວງວຽງຈັນ ຊຸດທີ I ຂອງວຽກງານປະຈຳປີ2019 ແລະ ທິດທາງແຜນການຈຸດສຸມປີ2020 ຂອງຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນວ່າ: ຮອດເດືອນຕຸລາ 2019 ຢູ່ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານນະຄອນຫຼວງວຽງຈັນ ໄດ້ຮັບຄະດີເຂົ້າໃໝ່ 1.133 ເລື່ອງ ໃນນັ້ນ ຄະດີແພ່ງ 249 ເລື່ອງ ລວມກັບຄະດີຄ້າງ ຈຳນວນ 7.757 ເລື່ອງ ໃນນັ້ນ ຄະດີແພ່ງ 1.630 ເລື່ອງ ເຮັດໃຫ້ມີຄະດີທັງໝົດ 8.890 ເລື່ອງ ໃນນັ້ນ ຄະດີແພ່ງ 1.879 ເລື່ອງ. ໂດຍສາມາດແກ້ໄຂສຳເລັດຮອດເດືອນຕຸລາ 2019 ຈຳນວນ 113 ເລື່ອງ ເທົ່າກັບ 9,97% ຂອງຄະດີເຂົ້າໃໝ່ ແລະ 1,28% ຂອງຄະດີທັງໝົດ ແລະ ພວມປະຕິບັດ 8.765 ເລື່ອງ ໃນນັ້ນຄະດີແພ່ງ 1.810 ເລື່ອງ.

ສ່ວນຢູ່ໜ່ວຍງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ 9 ຕົວເມືອງ ໄດ້ຮັບຄະດີເຂົ້າໃໝ່ 273 ເລື່ອງ ໃນນັ້ນ ຄະດີແພ່ງ 173 ເລື່ອງ ລວມກັບຄະດີຄ້າງ 2.550 ເລື່ອງ ໃນນັ້ນ ຄະດີແພ່ງ 907 ເລື່ອງ ເຮັດໃຫ້ມີຄະດີ ທັງໝົດ 2.858 ເລື່ອງ ເປັນ ຄະດີແພ່ງ 1.080 ເລື່ອງ ແລະ ສາມາດແກ້ໄຂໄດ້ ທັງໝົດ 147 ເລື່ອງ(ຄະດີແພ່ງ 112 ເລື່ອງ) ເທົ່າກັບ 53,84% ຂອງຄະດີໃໝ່ ແລະ 5,14% ຂອງຄະດີທັງໝົດເທົ່ານັ້ນ ແລະ ພວມປະຕິບັດຄະດີ 2.778 ເລື່ອງ ໂດຍ 958 ເລື່ອງແມ່ນຄະດີແພ່ງ.

ສ່ວນສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງສານ ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ເນື່ອງຈາກວຽກງານປະຕິບັດຄຳຕັດສິນຂອງສານ ເປັນວຽກງານທີ່ຫຍຸ້ງຍາກແກ່ຍາວ ເຊິ່ງສະແດງໃຫ້ເຫັນວ່າບໍ່ມີອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານເມືອງ, ແຂວງ ສາມາດປະຕິບັດຄໍາຕັດສິນຂອງສານໄດ້ 30% ຂອງຄະດີຄ້າງໃນແຕ່ລະປີ; ລວມເຖິງພະນັກງານສານຈໍານວນໜຶ່ງຍັງມີທັດສະນະຫຼັກໝັ້ນການເມືອງ ຄຸນສົມບັດສິນທຳປະຕິວັດບໍທັນໜັກແໜ້ນເທົ່າທີຄວນ; ສ່ວນຜູ້ເສຍຄະດີສ່ວນຫຼາຍບໍ່ຍອມປະຕິບັດຕາມຄຳຕັດສິນຂອງສານ ໂດຍອ້າງວ່າບໍ່ໄດ້ຮັບຄວາມເປັນທຳ ສະເພາະແມ່ນຄະດີແພ່ງ ແລະ ອື່ນໆ.