ເຕັກນິກ​ການ​ລ້ຽງ​ປາດຸກ​ໃຫ້​ມີ​ຜີວ​ສີ​ເຫຼືອງ, ​ໃຫຍ່​ໄວ, ຊີ້ນ​ແໜ້ນ ​ແລະ ບໍ່​ມີ​ກິ່ນ​ຄາວ

706

ການ​ລ້ຽງປາດຸ​ກໃຫ້​ມີ​ຜີວ​ສີ​ເຫຼືອງ ​ແລະ ບໍ່​ມີ​ກິ່ນ​ຄາວ ມາ​ຝາກ​ທ່ານ​ຜູ້​ອ່ານ ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ເລື່ອງ​ກະສິກຳ ການ​ລ້ຽງປາ​ເພື່ອ​ເປັນ​ອາຫານ ​ແລະ ກ້າວ​ໄປ​ສູ່​ການ​ສ້າງ​ອາຊີບ, ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ ​ເຊິ່ງມີ​ການ​ລ້ຽງປາດຸກ​ໃຫ້​ມີ​ສີ​ເຫຼືອງ ​ແລະ ​ເພີ່ມ​ຂະໜາດ​ໂຕ​ໃຫ້​ໃຫຍ່, ຊີ້ນ​ແໜ້ນ, ​​ເວລາ​ກິນ​ຈະ​ບໍ່​ມີ​ກິ່ນ​ຄາວ​ ໂດຍ​ມີ​ວິທີ​ງ່າຍໆດັ່ງຕໍ່​ໄປ​ນີ້:

1 ເຕັກນິກ​ການ​ເພີ່​ມສີ ຫຼື ຂະໜາ​ດຂອງ​ປາດຸກ.

​ເມື່ອ​ລ້ຽງປາດຸກ​ຮອດ 60 ມື້​ຂຶ້ນ​ໄປ ​ໃຫ້​ນຳ​ນ້ຳມັນໝູຈຳນວນ 20 ກິ​ໂລ ມາ​ຕົ້ມ​ຈົນ​ສຸກ ຈາກ​ນັ້ນ​ກໍ່​ເທ​ນ້ຳ​ຕົ້ມ​ຖີ້ມຈົ່ງ​ໄວ້​ແຕ່​ມັນໝູຢູ່​ໃນໝໍ້ ​ແລ້ວ​ປະ​ໄວ້​ໃຫ້​ແຫ້ງ ( ມັນໝູ 20 ກິ​ໂລກ​ຮາມ ຕໍ່​ປາດຸກຈຳນວນ 200 ​ໂຕ) ຈາກ​ນັ້ນ​ກໍ່​ນຳ​ມັນໝູທີ່​ໄດ້​ໄປ​ໃຫ້​ປາດຸກ​ກິນ​ມື້​ລະ 1 ​ເທື່ອ, ວິທີ​ນີ້​ຈະ​ຊ່ວຍ​ເພີ່ມ​ຂະໜາດຂອງ​ປາດຸກ ​ແລະ ສີ​ຂອງ​ປາດຸກ.

2 ການ​ເຮັດ​ໃຫ້​ປາ​ດຸກ​ລ້ຽງ​ໃນ​ບໍ່​ດິນ​ໃຫ້​ມີ​ສີ​ເຫຼືອງ​ງາມຄື​ປາດຸກ​ນາ.

ກ່ອນ​ຈະ​ຈັບ​ປາ​ຂາຍ​ປະມານ 1 ​ເດືອນ ​ໃຫ້​ນຳ​ກ້ວຍນ້ຳ​ສຸກ​ມາ​ບົດ​ປະສົມ​ກັບ​ຮຳ ​ໃນ​ອັດຕາ​ສ່ວນ​ຮຳ 6 ກິ​ໂລກ​ຮາມ ຕໍ່​ ກ້ວຍ​ສຸກ 1 ຫວີ ປະສົມ​ໃຫ້​ເຂົ້າກັນ ຈາກ​ນັ້ນ​ກໍ່​ນຳ​ໄປ​ດາກ​​ແດດ​ໃຫ້​ແຫ້ງ ​ແລ້ວ​ນຳ​ໄປ​ຫວ່ານ​ໃຫ້​ປາດຸກ​ກິນ​ທຸກ​ມື້​, ມື້​ລະ 2 ​ເທື່ອ ​ເຊົ້າ-​ແລງ ຕໍ່​ເນື່ອງ​ກັນ​ເປັນ​ເວລາ​ຢ່າງໜ້ອຍ 1 ​ເດືອນ​ກ່ອນ​ນຳ​ໄປ​ຂາຍ,  ພຽງ​ເທົ່າ​ນີ້​ກໍ່​ຈະ​ເຮັດ​ໃຫ້​ປາດຸກ​ລ້ຽງມີ​ສີ​ເຫຼືອງ ​ແລະ ມີ​ກິ່ນ​ຄາວ​ໜ້ອຍ​ລົງ​ອີກ​ດ້ວຍ.

3 ການ​ລ້ຽງ​ເພີ່ມ​ຄວາມ​ຫວານ​ໃຫ້​ຊີ້ນ​ປາ.

ນຳ​ເອົາ​ກ້ວຍ​ສຸກ​ເຊັ່ນ: ກ້ວຍ​ສຸກ, ກ້ວຍນ້ຳ, ກວ້ຍ​ໄຂ່ ​ແລະ ກ້ວຍ​ຫອມ ​ໃຫ້​ປາ​ກິນ ຖ້າ​ປາ​ຍັງ​ນ້ອຍ​ໃຫ້​ປາ​ກິນ​ອາຫານ​ສະ​ລັບ​ກັບ​ກ້ວຍ​ສຸກ ອາດ​ຈະ​ໃຫ້​ປາ​ກິນ​ກ້ວຍ​ເປັນ​ອາຫານ​ຕອນ​ແລງ​ສະ​ລັບ​ກັນ, ຄວນ​ໃຫ້​ອາຫານ​ປາ​ໃນ​ຕອນ​ເຊົ້າ ຫຼື ຈະ​ໃຫ້​ກ້ວຍ​ເປັນ​ອາຫານ​ປາ​ຢ່າງ​ດຽວກໍ່​ໄດ້ ​ໂດຍ​ໃຫ້​ປາ​ກິນ​ພໍ​ອີ່ມ,  ວິທີ​ນີ້​ສາມາດ​ໃຊ້​ໄດ້​ກັບ​ປາທຸກ​ຊະນິດ, ຈະຊ່ວຍ​ເຮັດ​ໃຫ້​ປາ​ໃຫຍ່​ໄວ, ມີ​ຊີ້ນ​ແໜ້ນ, ຊີ້ນ​ຫວານ ​ໄດ້​ຂະໜາດຕາ​ມຄວາມ​ຕ້ອງການ​ຂອງ​ຕະຫຼາດ.

4 ເຕັກນິກ​ການ​ລ້ຽງ​ປາດຸກ​ໃຫ້​ໄດ້​ໂຕ​ໃຫຍ່​ຍາວ​ໄດ້​ນ້ຳໜັກ.

ວິທີ​ການ​ລ້ຽງປາດຸກ​ໃຫ້​ໂຕ​ໃຫຍ່, ​ໂຕ​ຍາວ ແລະ ມີນ້ຳໜັກ  ຫຼັງ​ຈາກ​ປ່ອຍ​ລູກ​ປາ​ລົງ​ບໍ່​ແລ້ວ ​ໃຫ້​ອົດ​ອາຫານ 4 ມື້ ​ເພື່ອ​ເປັນ​ການ​ປັບ​ສະພາບ​ຂອງ​ລູກ​ປາ​ໃຫ້​ເຂົ້າ​ກັບ​ນ້ຳ​ໃນ​ບໍ່,  ຈາກ​ນັ້ນ​ວັນ​ທີ່ 5 ກໍ່​ເລີ່​ມ​ໃຫ້​ອາຫານ​ ໂດຍ​ໃຫ້​ອາຫານ​ລູກ​ປາດຸກ​ໃນ​ປະລິມານໜ້ອຍ ​ແຕ່​ໃຫ້​ຫຼາຍ​ຄັ້ງ​ຕໍ່​ມື້ ລູກ​ປາ​ຈະ​ຄ່ອຍໆ​ໃຫຍ່,  ຫຼັງ​ຈາກ​ນັ້ນ​ເມື່ອ​ປາ​ໄດ້​ອາຍຸ  2 ​ເດືອນ​ໃຫ້​ຢຸດ​ໃຫ້​ອາຫານ 7 ມື້,  ວິທີ​ນີ້​ຈະ​ເຮັດ​ໃຫ້​ປາດຸກ​ຈ່ອຍ ​ແລະ ​ໂຕ​ຢືດອອກ ແລ້ວຈຶ່ງ​ຄ່ອຍ​ໃຫ້​ອາຫານ​ຕໍ່,  ຜົນ​ທີ່​ໄດ້​ຮັບ​ຄື​ປາດຸກ​ຈະ​ໂຕ​ໃຫຍ່ ​ແລະ ຍາວ ​ເຊິ່ງ​ເມື່ອ​ເຫັນ​ຂະໜາດທີ່​ເໝາະສົມ​ເຊັ່ນ: 2 ຫຼື 3 ​ໂຕ ຕໍ່​ກິ​ໂລກ​ຮາມ​ກໍ່​ສາມາດ​ຈຳໜ່າຍ​ໄດ້.

5 ການ​ນຳ​ເຟືອງ​ເຂົ້າ​​ໃສ່​ໃນອ່າງ​ປາ ​ເພື່ອ​ເພີ່ມ​ສີປາ ​ແລະ ກຳຈັດ​ກິ່ນ.

​ເມື່ອ​ເອົາ​ເຟືອງ​ໃສ່​ລົງ​ໄປ​ໃນ​ອ່າງ​ປາດຸກ, ປາ​ກໍ່​ຈະ​ເຂົ້າ​ໄປ​ໃນ​ເຟືອງ​ເຮັດ​ໃຫ້​ໂຕ​ປາສຽດສີ​ກັບ​ເຟືອງ​ເຂົ້າ ​ແລະ ຈະ​ເຮັດ​ໃຫ້​ເມືອກ​ທີ່​ຕິດ​ກັບ​ໂຕ​ປາໝົດ​ໄປ, ຍັງສາມາດ​ເຮັດ​ໃຫ້​ປາ​ທີ່​ມີ​ສີດຳ​ກາຍ​ເປັນ​ສີ​ເຫຼືອງ​ນຳ​ອີກ.  ນອກຈາກ​ນີ້​ການ​ໃສ່​ຟືອງ​ເຂົ້າ​ລົງ​ໄປ ກ່ອນ​ຈັບ​ປາ​ດຸກ​ນັ້ນ​ຍັງ​ຊ່ວຍ​ຜ່ອນ​ຫຼຸດ​ກິ່ນ​ສາບ​ຂອງ​ປາດຸກ​ໄດ້​ອີກ​ດ້ວຍ.

6 ເຕັກນິກ​ການກຽມປາດຸກ​ຂາຍ​ໃຫ້​ໄດ້​ລາຄາ ​ແລະ ກຳຈັດ​ກີ່​ນຄາວ​ປາ.

ງົດ​ໃຫ້​ອາຫານ 3 ມື້ ກ່ອນ​ເຮັດ​ການ​ຈັບ​ປາ​, ຈາກ​ນັ້ນ​ກໍ່ ປ່ອຍ​ນ້ຳໃນ​ບໍ່​ອອກ​ໃຫ້​ເຫຼືອ​ປະມານ 80 – 90% ກ່ອນ​ຈັບ​ປາ​ຂາຍ 1 ມື້ ​ໃຫ້​ໃຊ້​ເກືອຫວ່ານ​ລົງ​​ໄປ​ໃນ​ບໍ່​ປາ​ໃນ​ຂະໜາດບໍ່​ປາ​ກ້ວາງ 1 ​ໄຮ່ ​ໃຊ້​ເກືອ 30 ກິ​ໂລກ​ຮາມ ແລ້ວກໍ່ຕັກປາຂຶ້ນນມາຈຳໜ່າຍໃນທ້ອງຕະຫຼາດຕາມທີ່ຕ້ອງການໄດ້ເລີຍ.

ຂໍ້ມູນຈາກ: ຈາກສູນ​ລວມຄວາມ​ຮູ້ການສະ​ເສດ