ຊາວເມືອງປາກທາ ປັກດຳເຂົ້ານາແຊງ ສຳເລັດ 90% ແລ້ວ

156

ພາຍຫຼັງການເກັບກູ້ເຂົ້ານາປີ ສຳລັດເປັນທີ່ຮຽບຮ້ອຍ ຊາວກະສິກອນຢູ່ເມືອງປາກທາ ກໍ່ສຸມໃສ່ຜະລິດພືດລະດູແລ້ງ ເພື່ອສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນ ໃນນັ້ນ ການປັກດຳເຂົ້ານາແຊງຢູ່ພາຍໃນເມືອງປາກທາ ໃນລະດູແລ້ງປີນີ້ ແມ່ນໄດ້ເລີມລົງມືກະກຽມດິນ ພ້ອມທັງ ປັກດຳມາຕັ້ງແຕ່ ທ້າຍເດືອນທັນວາ 2019 ຜ່ານມາ ເຊິ່ງມາຮອດປັດຈຸບັນແມ່ນສຳເລັດແລ້ວ 90%, ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນ ມັງກອນນີ້.

ທ່າ ນາງ ທິບພະຈັນ ຈັນທະລາດ ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງປາກທາ ຜູ້ຊີ້ນຳວຽກງານການປູກຟັງໃຫ້ຮູ້ວ່າ: ເນື້ອທີ່ການປັກດຳເຂົ້ານາແຊງ ຂອງຊາວກະສິກອນຢູ່ພາຍໃນເມືອງ ຕາມແຜນຂອງເມືອງກໍ່ຄື ຫ້ອງການກະສິກຳຂອງພວກເຮົາໄດ້ວາງໄວ້ແມ່ນ 317 ເຮັກຕາ, ແຕ່ການຜະລິດຕົວຈິງ ຂອງຊາວກະສິກອນແມ່ນປະຕິບັດໄດ້ 332 ກວ່າເຮັກຕາ ມີ 394 ຄອບຄົວ, ໃນນີ້ ຖ້າທຽບໃສ່ແຜນການແລ້ວແມ່ນເຫັນວ່າລືນແຜນການທີ່ວາງໄວ້. ສາເຫດທີ່ພາໃຫ້ລືນຕາມແຜນການທີ່ວາງໄວ້ ກໍ່ຍ້ອນວາທາງຫ້ອງການແມ່ນໄດ້ສົ່ງພະນັກງານວິຊາການຂອງຂະແໜງການທີ່ກ່ຽວຂ້ອງ ລົງຊຸກຍູ້ໂຄສະນາໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຖິງການປູກການລ້ຽງຢ່າງກວ້າງຂວາງ ບວກກັບການກໍ່ສ້າງຊົນລະປະທານ ເພື່ອສະໜອງນ້ຳໃຫ້ແກ່ການຜະລິດ ກໍ່ໄດ້ຮັບການປັບປຸງດີຂື້ນ, ນອກຈາກນັ້ນແລ້ວ ລາຄາເຂົ້າ ໃນທ້ອງຕະຫຼາດກໍ່ມີລາຄາແພງ ຈຶງເຮັດໃຫ້ຊາວກະສິກອນມີຄວາມຕື່ນຕົວຫຼາຍກວ່າເກົ່າ.

ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຍັງໃຫ້ຮູ້ຕື່ມວ່າ: ນອກຈາກການຜະລິດເຂົ້ານາແຊງແລ້ວ ຍັງໄດ້ຊຸກຍູ້ໃຫ້ປູດພືດຜັກຕ່າງໆອີກຈຳນວນ 24 ເຮັກຕາ ມີ 58 ຄອບຄົວ, ໃນນີ້ ຖົ່ວດິນມີ 3 ກວ່າເຮັກຕາ ມີ 16 ຄອບຄົວ, ຖົ່ວແຂກ-ຖົ່ວເບີ 6 ກວ່າເຮັກຕາ ມີ 12 ຄອບຄົວ, ໝາກແຕງ 10 ກວ່າເຮັກຕາ ມີ 18 ຄອບຄົວ ແລະ ກະລຳປີ 10 ກວ່າເຮັກຕາ ມີ 18 ຄອບຄົວ ເພື່ອເປັນການທົດແທນເນື້ອທີ ທີ່ວາງເປົ່າ ແລະ ບໍ່ມີນ້ຳສະໜອງໃນການປັກດຳເຂົ້ານາແຊງລະດູແລ້ງນີ້.

ພາບ-ຂ່າວ: ພອນສະຫວັນ ມະນີສີ.